spot_img
Homeຂ່າວຕ່າງປະເທດພາຍຸໄຕ້ຝຸ່ນເຊບີ ພັດຖະລົ່ມຍີ່ປຸ່ນຢ່າງໜັກ! ປະຊາຊົນ 30.000 ຄົນຕ້ອງອົບພະຍົບທັນທີ

ພາຍຸໄຕ້ຝຸ່ນເຊບີ ພັດຖະລົ່ມຍີ່ປຸ່ນຢ່າງໜັກ! ປະຊາຊົນ 30.000 ຄົນຕ້ອງອົບພະຍົບທັນທີ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ໂອຊາກ້າ ປະເທດ ຍີ່ປຸ່ນ ເມື່ອວັນທີ 5 ກັນຍາ 2018 ວ່າ ຄືນວານຂອງວັນອັງຄານຕາມເວລາທ້ອງຖິ່ນ ພາຍຸໄຕ້ຝຸ່ນເຊບີ ໄດ້ພັດຜ່ານທະເລຍີປຸ່ນໄປທາງທິດຕາເວັນອອກສຽງເໜືອ ດ້ວຍຄວາມໄວລົມສູງສຸດ 162 ກິໂລມັດຕໍ່ຊົ່ວໂມງ ແລະ ເຄື່ອນຕົວດ້ວຍຄວາມໄວ 70 ກິໂລແມັດຕໍ່ຊົ່ວໂມງ.

ພາຍຸເຊບີໄດ້ເຄື່ອນຕົວເຂົ້າຫາຝັ່ງໃນເຂດເມືອງ ໂກເບ ເມືອງເອກຂອງແຂວງ ຮຽວໂງະ ທີ່ຢູ່ທາງຕາເວັນຕົກຂອງປະເທດ ດ້ວຍຄວາມໄວລົມທຽບເທົ່າພາຍຸເຮີຣິເຄນລະດັບ 4 ທາງກົມອຸຕຸນິຍົມ ແລະ ອຸທົກກະສາດຂອງຍີ່ປຸ່ນອອກປະກາດເຕືອນໄພຄວບຄຸມພື້ນທີ່ສ່ວນໃຫຍ່ໃນພາກຕາເວັນຕົກ ແລະ ພາກຕາເວັນອອກສຽງເໜືອຂອງປະເທດ ໃຫ້ທຸກຝ່າຍເພີ່ມຄວາມລະວັງນໍ້າຖ້ວມກະທັນຫັນ, ນໍ້າປ່າໄຫຼຫຼາກ, ດິນຖະລົ່ມ ແລະ ລະດັບນໍ້າລົ້ນຕາຝັ່ງ ຫຼັງຈາກກ່ອນໜ້ານີ້ໄດ້ຂໍຄວາມຮ່ວມມືການລໍຖ້າອົບພະຍົບປະຊາຊົນອອກຈາກພື້ນທີ່ສ່ຽງໄພຫຼາຍກວ່າ 1.2 ລ້ານຄົນ ແຕ່ຕໍ່ມາມີລາຍງານວ່າເກືອບ 30.000 ຄົນ ຕ້ອງອົບພະຍົບທັນທີ.

ຕາມການລາຍງານຂອງສະຖານີໂທລະພາບເອັນເອຊເຄ ປັດຈຸບັນມີຄົນເສຍຊີວິດແລ້ວ 9 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບຫຼາຍກວ່າ 300 ຄົນ, ດ້ານກະຊວງຄົມມະນາຄົມຍີ່ປຸ່ນໄດ້ສັ່ງປິດສະໜາມບິນນານາຊາດຄັນໄຊ ເຊິ່ງຕັ້ງຢູ່ເກາະທຽມໃນເຂດອ່າວໂອຊາກ້າ ຢ່າງບໍ່ມີກຳນົດ.

 

ແຫຼ່ງຂ່າວ ແລະ ຮູບພາບປະກອບ: www.dailynews.co.th, ແຫຼ່ງວິດີໂອ: NHK World Japan

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...