Homeຄວາມງາມການເບິ່ງແຍງຕົນເອງໃນແມ່ຍິງ ໄວໝົດປະຈຳເດືອນ

ການເບິ່ງແຍງຕົນເອງໃນແມ່ຍິງ ໄວໝົດປະຈຳເດືອນ

Published on

news_img_440621_1

1. ອາຫານ ຄວນ​ຮັບປະທານ​ອາຫານ​ໃຫ້​ຄົບ 5 ໝູ່​ໃນ​ສັດ​ສ່ວນ​ທີ່​ເໝາະ​ສົມ ​ແລະ ​ຫລາກ​ຫລາຍ ເພື່ອ​ໃຫ້​ຮ່າງກາຍ​ໄດ້ຮັບ​ສານ​ອາຫານ​ຕ່າງໆ​ຢ່າງ​ພຽງ​ພໍ ເນັ້ນ​ອາຫານ​ທີ່​ມີ​ ແຄ​ຊຽມ ​ສູງ ເຊັ່ນ ນົມ ເຕົ້າ​ຮູ້ ປາ​ນ້ອຍ​ ປາ​ນ້ອຍ​ທີ່​ຮັບປະທານ​ພ້ອມ​ກ້າງ ຜັກ​ໃບ​ຂຽວ ທັນຍະ​ພືດ ງາ​ດຳ ເນັ້ນ​ການ​ຮັບປະທານ​ອາຫານ​ທີ່​ເປັນ​ໄຂ​ມັນ​ດີ ເຊັ່ນ ປາ​ທະ​ເລ ຖົ່ວ​ຕ່າງໆ

2. ອອກ​ກຳ​ລັງ​ກາຍ​ຢ່າ​ງສະ​ໝໍ່າ​ສະເໝີ ເຊັ່ນ ການ​ຍ່າງ​ ຫລື​ ແລ່ນ ການ​ຫລິ້ນ​ໂຍ​ຄະ

3. ເບິ່ງແຍງ​ນ້ຳ​ໜັກ​ໂຕ​ບໍ່​ໃຫ້​ຕຸ້ຍ ເພື່ອ​ຫລຸດ​ພາ​ວະ​ແຊກ​ຊ້ອນ​ຕ່າງໆ​ເຊັ່ນ ເບົາ​ຫວານ ໄຂ​ມັນ​ໃນ​ເລືອດ​ສູງ ຄວາມ​ດັນ​ເລືອດ​ສູງ ແລະ​ພະຍາດ​ເຂົ່າ​ເສື່ອມ ເປັນ​ຕົ້ນ

4. ເຮັດ​ຈິດ​ໃຈ​ໃຫ້​ແຈ່ມ​ໃສ ໂດຍ​ການ​ເຝິກ​ ຄິດ​ບວກ ສວດ​ມົນ ນັ່ງ​ສະ​ມາ​ທິ

5. ກວດ​ສຸຂະພາບ​ຢ່າ​ງສະ​ໝໍ່າ​ສະເໝີ ຢ່າງ​ນ້ອຍ​ປີ​ລະ 1 ເທື່ອ ກວດ​ເຊັກ​ຄວາມ​ດັນ​ເລືອດ ກວດ​ເລືອດ​ຫາ​ລະ​ດັບ​ໄຂ​ມັນ ກວດ​ພາຍ​ໃນ​ເຊັກ​ມະ​ເຮັງ​ປາກ​ມົດລູກ ກວດ​ຫາ​ມະ​ເຮັງ​ເຕົ້າ​ນົມ (Mammography) ແລະ​ ກວດ​ຫາ​ຄວາມ​ຫນາແຫນ້ນ​ຂອງ​ກະດູກ (Bone mineral density) ແລະ ​ການ​ກວດ​ສຸຂະພາບ​ອື່ນໆ

ນອກ​ຈາກ​ນີ້ ​ປະຈຸບັນ​ນີ້​ກໍ​ມີ​ວິ​ຕາ​ມິນ​ ແລະ ​ອາຫານ​ເສີມ ໃຫ້​ເລືອກ​ຫລາກ​ຫລາຍ ແຕ່​ທັງ​ນີ້​ກໍ​ຕ້ອງ​ເລືອກ​ໃຫ້​ເໝາະ​ສົມ​ກັບ​ຮ່າງກາຍ​ນໍາ ໂດຍ​ແນະ​ນຳ​ໃຫ້​ປຶກ​ສາ​ແພດ​ກ່ອນ​ຮັບປະທານ​ເພື່ອ​ກວດ​ກ່ອນ​ວ່າ​ມີ​ໂອ​ກາດ​ສ່ຽງ​ທີ່​ຈະ ເກີດ​ພະຍາດ​ຫລື​ບໍ່ ໂດຍ​ເບິ່ງ​ຜົນ​ຈາກ​ການ​ກວດ​ສຸຂະພາບ ການ​ປະຕິບັດ​ໂຕ ​ແລະ​ປະຫວັດ​ໃນ​ຄອບຄົວ​ຮ່ວມ​ນໍາ ດັ່ງ​ຕໍ່ໄປ​ນີ້

1. Soy isoflavone ສາ​ນສະ​ກັດ ໃນ​ກຸ່ມ flavanoids ເຊິ່​ງສະ​ກັດ​ອອກ​ມາ​ຈາກ​ຖົ່ວ​ເຫລືອງ ເປັນ​ສາ​ນສະກັດ​ຈາກ​ພືດ​ທີ່​ອອກ​ລິດ​ຄື​ຮໍ​ໂມນ ​ເອດ​ໂຕ​ເຈນ​ແຕ່​ມີ​ລິດ​ທີ່​ອ່ອນ​ກວ່າ ອາດຈະ​ຈະ​ຊ່ວຍ​ຫລຸດ​ອາການ​ຮ້ອນ​ວູ​ບວາບ​ຕາມ​ໂຕ ຫງຸດ​ຫງິດ​ງ່າຍ ປ້ອງ​ກັນ​ບໍ່​ໃຫ້​ຜິວ​ພັນ​ຫ່ຽວ​ຍານ ຫລື​ ແຫ້ງ​ເກີນ​ໄປ ໂດຍ​ບໍ່​ເພີ່ມ​ຄວາມ​ສ່ຽງ​ຂອງ​ການ​ເປັນ​ມະ​ເຮັງ​ເຕົ້າ​ນົມ ຫລື​ ເສັ້ນເລືອດ​ອຸດ​ຕັນ

2. Black Cohosh ເປັນ​ສະ​ໝຸນ​ໄພ​ເຊິ່ງ​ຊ່ວຍ​ໃນ​ເລື່ອງ​ການ​ຫລຸດ​ອາການ​ເຈັບຫົວ​ເລື້ອຍໆ ໃຈ​ສັ່ນ ນອນ​ບໍ່​ຫລັບ ຮ້ອນ​ວູ​ບວາບ ເຫື່ອ​ອອກ ແລະ ​ອາລົມ​ແປປ່ວນ​ໄດ້

3. Calcium ຖື​ວ່າ​ເປັນ​ແຮ່ທາດ​ສຳຄັນ​ໃນ​ແມ່ຍິງ ໄວ​ໝົດ​ປະຈຳ​ເດືອນ ມີ​ຫນ້າທີ່​ການສ້າງ​ຄວາມ​ແຂງ​ແຮງ​ໃຫ້​ກະດູກ ໂດຍ​ໃນ​ອາຫານ​ທີ່​ເຮົາ​ກິນ​ໃນ​ແຕ່​ລະ​ມື້​ອາດຈະ​ຍັງມີ​ປະລິມານ​ ແຄ​ຊ່ຽມ ​ທີ່​ບໍ່​ພຽງພໍ ແລະ​ ຮ່າງກາຍ​ເຮົາ​ອາດຈະ​ບໍ່​ສາມາດ​ດູດ​ຊຶມ​ໄດ້​ເຕັມ​ທີ່

4. Vitamin D ພົບ​ເລື້ອຍໆ​ໃນ​ການ​ນຳ​ມາ​ໃຊ້​ປ້ອງ​ກັນ​ພະຍາດ​ກະດູກ​ບາງ​ ​ຮ່ວມ​ກັບ​ແຄ​ຊຽມ ນອກ​ຈາກ​ນັ້ນ​ຍັງ​ຊ່ວຍ​ເລື່ອງ ຫລຸດ​ຄວາມ​ສ່ຽງ​ຂອງ​ການ​ເກີດ​ພະຍາດ ຄື ພະຍາດ​ຫົວ​ໃຈ ພະຍາດ​ມະ​ເຮັງ ພະຍາດ​ກະດູກ ແລະ ​ພະຍາດ​ພູ​ມແພ້​ຕົນເອງ ໃນ​ປະຈຸບັນ​ເຮົາ​ພົບ​ວ່າ ​ຄົນຂາດ​ວິ​ຕາ​ມິນ​ດີ​ ເປັນ​ຈຳນວນ​ຫລາຍ ເນື່ອງ​ຈາກ​ບໍ່​ຄ່ອຍ​ໄດ້ຮັບ​ແດດ ​ແລະ ​ການ​ໃຊ້​ຄີມ​ກັນ​ແດດ ຈຶ່ງ​ຄວນ​ກວດ​ເບິ່ງ​ລະ​ດັບ​ ວິ​ຕາ​ມິນ​ດີ ແລະ ​ກິນ​ວິ​ຕາ​ມິນ​ດີ​ທົດ​ແທນ​ໃນ​ກໍລະນີ​ທີ່​ມີ​ການ​ຂາດ​ວິ​ຕາ​ມິນ​ດີ​ແທ້

5. Anti-oxidant  ວິ​ຕາ​ມິນ​ໃນ​ກຸ່ມ​ນີ້ ໄດ້​ແກ່ ວິ​ຕາ​ມິນ​ເອ ວິ​ຕາ​ມິນ​ຊີ ວິ​ຕາ​ມິນ​ອີ ສານ​ກຸ່ມ​ແຄ​ໂລ​ທີນ ໄລ​ໂຄ​ພີນ ໂຄ​ເອນ​ໄຊ​ຄິວ​ເທັນ ສາ​ນສະ​ກັດ​ເມັດ​ໝາກລາແຊັງ ສາ​ນສະ​ກັດ​ເປືອກ​ສົນ​ຝຣັ່ງ ແອດ​ຕ້າ​ແຊນ​ທິນ ແລະ ເລດ​ເວີ​ລາ​ທອດ  ເປັນ​ສານ​ກຸ່ມ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ ທີ່​ມີ​ສ່ວນ​ຊ່ວຍ​ໃນ​ການ​ປ້ອງ​ກັນ​ການ​ເກີດ​ພະຍາດ​ທັງ​ພະຍາດ​ຫລອດ​ເລືອດ​ອຸດ​ຕັນ​ຫົວ​ໃຈ​ ແລະ ​ສະຫມອງ ຫລຸດ​ການສ້າງ​ສານ​ ເບ​ຕ້າ​ອາໄມ​ລອຍ ​ໃນ​ສະຫມອງ ທີ່​ເປັນ​ຕົ້ນ​ເຫດ​ຂອງ​ພະຍາດ​ຄວາມ​ຈຳ​ເສື່ອມ ຫລຸດ​ການ​ທຳລາຍ​ຂອງ​ຄໍລາ​ເຈນ​ທີ່​ຜິວ​ພັນ ເສີມ​ພູ​ມຕ້ານ​ທານ ຫລຸດ​ໂອ​ກາດ​ການ​ເກີດ​ພະຍາດ​ມະ​ເຮັງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...