Homeຂ່າວພາຍ​ໃນສ. ເກົາຫຼີມອບເງິນສະໜັບສະໜູນວຽກງານເກັບກູ້ລະເບີດຢູ່ແຂວງຊຽງຂວາງ

ສ. ເກົາຫຼີມອບເງິນສະໜັບສະໜູນວຽກງານເກັບກູ້ລະເບີດຢູ່ແຂວງຊຽງຂວາງ

Published on

ສ.ເກົາຫຼີໄດ້ມອບເງິນຊ່ວຍເຫຼືອໃນວຽກງານເກັບກູ້ລະເບີດຢູ່ແຂວງຊຽງຂວາງ ເປັນຈໍານວນເງິນ 5.5 ລ້ານໂດລາສະຫະລັດ ສຳລັບໂຄງການເກັບກູ້ລະເບີດບໍ່ທັນແຕກ ແລະ ການພັດທະນາຊີວິດການເປັນຢູ່ຂອງຜູ້ບາດເຈັບຈາກລະເບີດບໍ່ທັນແຕກ.

ໃນວັນທີ 23 ສິງຫາ 2018, ທ່ານ ຊິນ ຊຸງຊຸນ ເອກອັດຄະລັດຊະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ ພ້ອມກັບຕົວແທນຈາກອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ (United Nations Development Programme: UNDP), ແລະ ຄະນະເຈົ້າໜ້າທີ່ຈາກອົງການກອຍກາ (Korean International Coopertaion Agency: KOICA) ໄດ້ເດີນທາງໄປແຂວງຊຽງຂວາງເພື່ອພົບປະທ່ານ ບົວສອນ ສີນວນທອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງແຂວງຂຽງຂວາງ, ເພື່ອຢ້ຽມຢາມໂຄງການເກັບກູ້ລະເບີດບໍ່ທັນແຕກ ແລະ ກວດກາບັນດາກິດຈະກຳຕ່າງໆທີ່ລັດຖະບານເກົາຫຼີໃຕ້ໃຫ້ການຊ່ວຍເຫຼືອໃນໂຄງການດັ່ງກ່າວ ເຊິ່ງເລີ່ມດຳເນີນມາແຕ່ປີ 2014 ຈົນເຖິງທ້າຍປີ 2018 (ໄລຍະທີໜຶ່ງ).

ທ່ານ ຊິນ ຊຸງຊຸນ ກ່າວວ່າ ລັດຖະບານເກົາຫຼີໃຕ້ຈະສືບຕໍ່ໃຫ້ການຊ່ວຍເຫຼືອໂຄງການເກັບກູ້ລະເບີດບໍ່ທັນແຕກ ແລະ ການພັດທະນາຊີວິດການເປັນຢູ່ຂອງຜູ້ໄດ້ຮັບຜົນກະທົບ ໃນໄລຍະທີ 2 ຕໍ່ໄປ ເພື່ອຊ່ວຍ ສປປ ລາວ ໃນການບັນລຸເປົ້າໝາຍສະຫະສະວັດ ເປົ້າໝາຍທີ 18: ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ (Lives Safe from UXO); ຄາດວ່າໂຄງການໄລຍະທີສອງຈະເລີ່ມດຳເນີນການຕັ້ງແຕ່ປີ 2019 ຈົນເຖິງປິ 2022.

ລັດຖະບານເກົາຫຼີໃຕ້ໄດ້ມອບເງິນຊ່ວຍເຫຼືອ ສືບຕໍ່ໂຄງການໄລຍະທີສອງນີ້ ເປັນຈໍານວນ 5.5 ລ້ານໂດລາ ໂດຍມອບໃຫ້ອົງການສະຫະປະຊາຊາດ 3 ລ້ານໂດລາສະຫະລັດ ແລະ ອົງການກອຍກາ 2.5 ລ້ານໂດລາ ເພື່ອປະຕິບັດແຜນການຊ່ວຍເຫຼືອ. ເປົ້າໝາຍຫຼັກຂອງໂຄງການນີ້ແມ່ນ  ການໃຫ້ຄວາມຮູ້ແກ່ປະຊາຊົນເຖິງຄວາມສ່ຽງ ແລະ ຜົນຮ້າຍຂອງລະເບີດບໍ່ທັນແຕກ, ການເສີມສ້າງທັກສະວິຊາຊີບ ໆລໆ.

ໃນໂອກາດດັ່ງກ່າວ, ທ່ານ ຊິນ ຊຸງຊຸນ ແລະ ທ່ານ ບົວສອນ ສີນວນທອງ ໄດ້ລົງ ຢ້ຽມຢາມຜູ້ທີ່ໄດ້ຜົນກະທົບຈາກລູກລະເບີດຢູ່ບ້ານໂຕນ ເມືອງແປກ, ໄປຢ້ຽມຢາມທີມງານຂອງອົງການເກັບກູ້ລະເບີດແຫ່ງຊາດ ປະຈໍາແຂວງຊຽງຂວາງ ຢູ່ບ້ານຢວນທອງ ເມືອງແປກ ແລະ ທ່ຽວຊົມທົ່ງໄຫຫີນ 1 ອີກດ້ວຍ.

 

ແຫຼ່ງຂ່າວ:​ ໜັງສືພິມວຽງຈັນທາມສ໌, ຮູບພາບ: ໜັງສືພິມເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...