Homeຂ່າວພາຍ​ໃນບັນຫານັກຮຽນຍິງອາລະວາດຕີກັນ ຍັງຢູ່ໃນຂັ້ນຕອນການເລັ່ງສອບສວນຂອງເຈົ້າໜ້າທີ່

ບັນຫານັກຮຽນຍິງອາລະວາດຕີກັນ ຍັງຢູ່ໃນຂັ້ນຕອນການເລັ່ງສອບສວນຂອງເຈົ້າໜ້າທີ່

Published on

 

ຄືດັ່ງທີ່ພວກເຮົາໄດ້ໃຫ້ຂ່າວໄປແລ້ວ ໃນຕອນບ່າຍວັນທີ 10 ກັນຍານີ້, ເຈົ້າໜ້າທີ່ຕຳຫລວດກອງຄະດີກອງບັນຊາການ

ປກສ ນະຄອນຫລວງວຽງຈັນໄດ້ ຮ່ວມກັບຄະນະຮັບຜິດຊອບພະແນກສຶກສາແລະ ກິລານະຄອນຫລວງວຽງຈັນ ພ້ອມ

ຄະນະຮັ ຜິດຊອບໂຮງຮຽນທີ່ກ່ຽວຂ້ອງ ພ້ອມພໍ່ແມ່ຜູ້ປົກຄອງ ແລະ ຄູ່ກໍລະນີຜິດຖຽງກັນ ໄດ້ເຂົ້າຮ່ວມກອງປະຊຸມປຶກ

ສາຫາລືແກ້ໄຂບັນຫາການອາລະວາດຕີກັນຂອງນັກຮຽນຍິງຈາກໂຮງຮຽນຕ່າງໆ ແຕ່ໃນທີ່ສຸດການສອບສວນຈາກ

ປາກຄຳຂອງຜູ້ກະທຳຜິດ ເຫັນວ່າຍັງບໍ່ທັນເປັນທີ່ຈະແຈ້ງ ເນື່ອງຈາກຄູ່ກໍລະນີຈຳນວນໜຶ່ງຫລົບຫລີກ ແລະ ບໍ່ທັນເຂົ້າ

ໃຫ້ປາກຄຳຕໍ່ເຈົ້າໜ້າທີ່. ດັ່ງນັ້ນ, ຕໍ່ກັບບັນຫານີ້ ແມ່ນຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຈາກເຈົ້າໜ້າທີ່ໃນ

ຂັ້ນຕໍ່ໄປ ແລະ ຄາດວ່າພາຍໃນບໍ່ເທົ່າໃດວັນໃນຕໍ່ໜ້າ ບັນຫານີ້ຈະໄດ້ຖືກແກ້ໄຂ ແລະ ຮູ້ໂຕການຜູ້ກໍເຫດກະທຳຜິດຢ່າງ

ແນ່ນອນ.

 

ຕໍ່ບັນຫາດັ່ງກ່າວທ່ານ ອາຈານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫລວງວຽງຈັນ

ໄດ້ກ່າວຕໍ່ບັນດາສື່ມວນຊົນພາຍຫລັງກອງປະຊຸມວ່າ: ໃນຂະນະນີ້ການສືບສວນ-ສອບສວນຂອງເຈົ້າໜ້າທີ່ກັບຜູ້ກະທຳ

ຜິດເຫັນວ່າບໍ່ທັນເປັນທີ່ຈະແຈ້ງ ບາງຄົນກໍໃຫ້ການແບບລຳອຽງກົງໄປກົງມາ ບໍ່ທັນເຫັນໄດ້ສາເຫດຕົ້ນຕໍຂອງການກໍ

ອາລະວາດຕີກັນ. ດັ່ງນັ້ນ, ຈຶ່ງມອບຄວາມຮັບຜິດຊອບໃຫ້ແກ່ເຈົ້າໜ້າທີ່ຕຳຫລວດສືບຕໍ່ສອບສວນຢ່າງລະອຽດຈະ

ແຈ້ງຕື່ມວ່າ ສາເຫດມັນມາຈາກໃສໃຜ ເປັນໂຕການ ແລະ ມີຈັກຄົນກັນແທ້, ຊຶ່ງພວກອາລະວາດຕີກັນນີ້ ໄດ້ມາຈາກ

ໂຮງຮຽນຫລາຍແຫ່ງຈັບກຸ່ມກັນມາຕີ ບໍ່ຮູ້ວ່າມາຈາກໂຮງຮຽນໃດເປັນຕົ້ນເຫດ. ຂະນະທີ່ໂຮງຮຽນກ້າວໜ້າ ທາງຄະນະ

ອຳນວຍການໂຮງຮຽນ ກໍໄດ້ອອກມາປະຕິເສດວ່າ: ນັກຮຽນໃນໂຮງຮຽນຂອງຕົນ ແມ່ນບໍ່ມີສ່ວນກ່ຽວຂ້ອງຕໍ່ກັບບັນຫາ

ນີ້ ໂດຍທາງໂຮງຮຽນໄດ້ວາງລະບຽບການຄຸ້ມຄອງຢ່າງເຂັ້ມງວດ ແລະ ແຕ່ໃດໆມານັກຮຽນໂຮງຮຽນກ້າວໜ້າ ບໍ່ເຄີຍມີ

ປະຫວັດອາລະວາດຕີກັນ ອັນເປັນການສ້າງຄວາມເຊື່ອມເສຍໃຫ້ແກ່ໂຮງຮຽນຄືດັ່ງທີ່ເກີດເປັນຂ່າວຈາກໂຮງຮຽນອື່ນ

ໃນປັດຈຸບັນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...