spot_img
Homeຂ່າວການສຶກສາມຊ ມີຄວາມພ້ອມຮອບດ້ານສຳລັບການສອບເສັງໃນວັນທີ 25 ສິງຫາ 2018ນີ້

ມຊ ມີຄວາມພ້ອມຮອບດ້ານສຳລັບການສອບເສັງໃນວັນທີ 25 ສິງຫາ 2018ນີ້

Published on

ໜັງສືພິມວຽງຈັນໃໝ່ລາຍງານເມື່ອວັນທີ 22 ສິງຫາ 2018 ວ່າ ທ່ານ ຄຳ​ຜົງ ນາມ​ມະ​ວົງ​ມີ​ໄຊ ຫົວ­ໜ້າ​ຫ້ອງ­ການ​ວິ­ຊາ​ການ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້​ໃຫ້​ສຳ­ພາດ​ວັນ​ທີ 20 ສິງ­ຫາ 2018 ທີ່ຜ່ານມາວ່າ ສະ­ພາບ​ການ​ສອບ­ເສັງ​ຮັບ​ເອົາ​ນັກ​ສຶກ​ສາ ສົກ­ຮຽນ 2018-2019 ມຊ ໄດ້​ມີ​ການ​ກະ­ກຽມ​ຄວາມ​ພ້ອມ​ຮອບ­ດ້ານ ພາຍ­ຫຼັງ​ທີ່​ໄດ້​ຮັບ​ອະ­ນຸ­ມັດ​ມີ​ຂໍ້​ຕົກ­ລົງ​ຄະ­ນະ​ກຳ­ມະ­ການ​ສອບ­ເສັງ​ລະ­ດັບ​ຊາດ ຈາກ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກິ­ລາ ແລະ ອີງ­ໃສ່​ກອງ​ປະ­ຊຸມ​ສຶກ​ສາ​ຊັ້ນ​ສູງ​ທົ່ວ​ປະ­ເທດ​ຈັດ​ຂຶ້ນ​ຢູ່​ແຂວງ​ຈຳ­ປາ​ສັກ ໃນ​ເດືອນ​ເມ­ສາ 2018 ໄດ້​ກຳ­ນົດ​ມື້​ສອບ­ເສັງ​ຂອງ​ແຕ່​ລະ​ຄະ­ນະ​ວິ­ຊາ​ສອບ­ເສັງ​ຕ່າງໆ. ພາຍ­ຫຼັງ​ໄດ້​ຮັບ​ການ​ແຈ້ງ​ການ​ຂອງ​ກະ­ຊວງສຶກສາທິການ ແລະ ກິລາ, ມຊ ກໍ່​ໄດ້​ແຕ່ງ­ຕັ້ງ​ຄະ­ນະ​ຮັບ­ຜິດ­ຊອບ​ສອບ­ເສັງ​ລະ­ດັບ​ຊາດ​ສະ­ເພາະ ມຊ ໂດຍ​ມີ​ທ່ານ​ອະ­ທິ­ການ​ບໍ­ດີ​ເປັນ​ປະ­ທານ ທ່ານ​ຮອງ​ອະ­ທິ­ການ​ບໍ­ດີ​ຝ່າຍ​ວິ­ຊາ​ການ​ເປັນ​ຜູ້​ປະ­ຈຳການ. ນອກ​ນັ້ນ ກໍ່​ມີ​ຄະ­ນະ­ບໍ­ດີ ຄະ­ນະ​ວິ­ຊາ​ຕ່າງໆ, ຫົວ­ໜ້າ​ຫ້ອງ­ການ, ສະ​ຖາ​ບັນ​ສາ­ຂາ​ຕ່າງໆ​ເຂົ້າ​ມາ​ເປັນ​ຄະ­ນະ​ກຳ​ມະການ. ການ​ກະ­ກຽມ​ສອບ­ເສັງ​ປີ​ນີ້ ​ກໍ່​ຈັດ​ຄ້າຍ​ກັບ​ປີ­ຜ່ານ­ມາ ຄື: ມີ​ສູນ​ສອບ­ເສັງ 20 ຈຸດ ແລະ 1 ສູນ​ສອບ­ເສັງ.

ສຳລັບການສອບເສັງເຂົ້າຮຽນທີ່ ມະຫາວິທະຍາໄລແຫ່ງຊາດໃນສົກສຶກສາ 2018-2019 ນີ້ ແມ່ນຕ່າງຈາກມີທີ່ຜ່ານມາໂດຍນຳໃຊ້ການສະໝັກຜ່ານລະບົບອອນໄລນ໌ ເຊິ່ງໄດ້ເລີ່ມຕັ້ງແຕ່ວັນທີ 16 ກຳລະກົດ 2018 ຈົນເຖິງວັນທີ 22 ສິງຫາ 2018 ແລະ ໄດ້ກຳນົດໃຫ້ວັນທີ 25 ສິງຫາ 2018 ແມ່ນວັນສອບເສັງ.

 

ແຫລ່ງຂ່າວ:​ www.vientianemai.net, ຂ່າວສານ ມຊ NUoL News

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...