spot_img
Homeຂ່າວພາຍ​ໃນU-12 ລາວ ຖືກຕ້ອນຮັບຢ່າງອົບອຸ່ນ! ຫຼັງຄວ້າແຊັ້ມ ຊຸຊິງລິງ ຄັບ 2018 ມາຄອງ

U-12 ລາວ ຖືກຕ້ອນຮັບຢ່າງອົບອຸ່ນ! ຫຼັງຄວ້າແຊັ້ມ ຊຸຊິງລິງ ຄັບ 2018 ມາຄອງ

Published on

ສະຫະພັນບານເຕະແຫ່ງຊາດລາວ ລາຍງານວ່າ ໃນຕອນຄໍ່າຂອງວັນທີ 18 ສິງຫາ​ 2018​ ຢູ່ທີ່ສະຫນາມບິນສາກົນວັດໄຕ ຄະນະນຳ,​ຄະນະຄູຝືກ, ທີມບານເຕະເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 12 ປີ ຂອງໂຮງຮຽນກຽດຕິສັກນາໆຊາດ ແລະ ລັອບສະເຕດ້ຽມ ຕົວແທນຈາກປະເທດລາວ ເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນມິດຕະພາບ ຈີນ-ອາຊຽນ ລາຍການ Soong Ching Ling Cup ປະຈຳປີ 2018 ໃນລະຫວ່າງວັນທີ 11-16 ສິງຫາ 2018 ທີ່ນະຄອນຫລວງປັກກິ່ງ ສປ ຈີນ​.

ການແຂ່ງຂັນຄັ້ງນີ້ ມີ 8 ທີມເຂົ້າຮ່ວມຄື: ທີມບານເຕະເຍົາວະຊົນຈາກ ສປ ຈີນ (ປະເທດເຈົ້າພາບ), ໄທ, ກຳປູເຈຍ, ຟີລິບປິນ, ອິນໂດເນເຊຍ, ມຽນມາ, ຫວຽດນາມ ແລະ ສປປ ລາວ.

ຜົນການແຂ່ງຂັນຂອງນັກເຕະເຍົາວະຊົນລາວ ນັດທີ 1 ຊະນະ ໄທ 1-0, ນັດທີ 2 ຊະນະ ຫວຽດນາມ 20-0 ແລະ ນັດທີ 3 ສະເໝີ ມຽນມາ 1-1; ຈົບຮອບທີ 1 ລາວເຂົ້າຮອບເປັນທີ 1 ຂອງກຸ່ມ, ມີ 7 ຄະແນນ, ໄທ ເປັນທີ 2 ມີ 6 ຄະແນນ ທັງສອງທີມຜ່ານເຂົ້າຮອບທີ 2 ຫລື ຮອບຮອງຊະນະເລີດ ໂດຍລາວ ພົບກັບ ຈີນເຈົ້າພາບ ແລະ ໄທ ພົບກັບ ຟີລິບປິນ ແລະ ຜົນການແຂ່ງຂັນປະກົດວ່າ: ລາວ ຊະນະຈີນເຈົ້າພາບ 3-1 ໄປຊິງກັບໄທທີ່ຊະນະຟິລິບປິນ 2-1.

ແລະ ໃນຮອບຊິງຊະນະເລີດ ເປັນການພົບກັນລະຫວ່າງ ນັກເຕະເຍົາວະຊົນລາວ ພົບກັບ ນັກເຕະເຍົາວະຊົນໄທ ເຊິ່ງເກມການແຂ່ງຂັນ ທີມລາວຄອງເກມໄດ້ເໜືອກວ່າຈິ່ງເອົາຊະນະໄທໄປ 2-1 ປະຕູ ເຮັດໃຫ້ນັກເຕະເຍົາວະຊົນລາວຄວ້າແຊັ້ມລາຍການ Soong Ching Ling Cup 2018 ມາຄອງເປັນຄັ້ງທີ 2 ຕໍ່ຈາກປີ 2016 ແລະ ທີມເຍົາວະຊົນລາວຍັງໄດ້ຮັບອີກ 2 ລາງວັນຄື: ນັກເຕະດີເດັ່ນ ແລະ ຜູ້ຮັກສາປະຕູດີເດັ່ນ.

https://www.facebook.com/LaoFF/videos/1952045774818362/

 

ແຫລ່ງຂ່າວ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...