Homeຂ່າວພາຍ​ໃນເຈົ້າຂອງໂຮງແຮມຕີ້ຮາວ ຖືກຄາຕະກຳ

ເຈົ້າຂອງໂຮງແຮມຕີ້ຮາວ ຖືກຄາຕະກຳ

Published on

ລາຍງານຈາກ ເຈົ້າໜ້າທີ່ໃຫ້ຮູ້ວ່າ ໃນຕອນເຊົ້າ ວັນທີ 12 ສິງຫາ 2018 ເກີດເຫດ ຄາຕະກຳນັກທຸລະກິດ ສັນຊາດ ຈີນ ທີ່ເຮືອນຂອງຜູ້ກ່ຽວເອງ.

ຜູ້ເສຍຊີວິດ ແມ່ນຖືກອາວຸດແທງທີ່ດ້ານຫຼັງ ແລະ ຫົວ, ເຊິ່ງໄດ້ຖືກນໍາໄປໂຮງໝໍ ແຕ່ບໍ່ສາມາດຊ່ວຍຊີວິດໄດ້.

ຈາກພາບກ້ອງວົງຈອນປິດ ໃນເຊົ້າວັນດັ່ງກ່າວ ແມ່ນມີຊາຍສອງຄົນ ທີ່ຂີ່ລົດໃຫຍ່ ມາເຂດເຮືອນຂອງຜູ້ຕາຍ ເຊິ່ງເຈົ້າໜ້າທີ່ຄາດວ່າ ເປັນຜູ້ຕ້ອງສົງໄສ ລົງມືຄາຕະກຳ ແລະ ປຸ້ນເອົາຊັບສິນຂອງຜູ້ຕາຍໄປໝົດ.

ຜູ້ເສຍຊີວິດ ແມ່ນນັກທຸລະກິດ ສັນຊາດຈີນ ມີຊື່ວ່າ ທ້າວ ໄຊຊະນະ ຫຍົດສະຫວັນ ທີ່ເຮັດທຸລະກິດ ຢູ່ລາວມາໄດ້ຫຼາຍປີ ແລະ ທີ່ຮູ້ຈັກກັນດີ ກໍ່ແມ່ນ ເທັກ ຕີ້ຮ່າວ ແລະ ທຸລະກິດ ອື່ນໆ.

ປັດຈຸບັນທາງເຈົ້າໜ້າທີ່ເລັ່ງຕາມຫາຄາຕະກອນ ມາລົງໂທດຕາມກົດໝາຍຂອງບ້ານເມືອງ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...