Homeຂ່າວພາຍ​ໃນຊຽງຂວາງແຕ່ງຕັ້ງສັບຊ້ອນ ພະນັກງານລະດັບການນໍາຫຼາຍຕໍາແໜ່ງ

ຊຽງຂວາງແຕ່ງຕັ້ງສັບຊ້ອນ ພະນັກງານລະດັບການນໍາຫຼາຍຕໍາແໜ່ງ

Published on

ກອງປະຊຸມປະກາດການແຕ່ງຕັ້ງສັບຊ້ອນພະນັກງານ ການນຳແຂວງຊຽງຂວາງ ໄດ້ຈັດຂຶ້ນໃນຕອນເຊົ້າວັນທ ີ10 ສິງຫາ 2018 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໂດຍ ການເປັນປະທານຂອງທ່ານ ຈັນສີ ໂພສີຄຳ ຄະນະເລຂາທິການສູນກາງພັກ ກົມການ ເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີການນຳຂັ້ນສູນກາງ, ການນຳ ແຂວງ ແລະ ພະນັກງານຫຼັກແຫຼ່ງຂອງແຂວງຊຽງຂວາງເຂົ້າຮ່ວມ.

ກອງປະຊຸມໄດ້ປະກາດມະຕິຕົກລົງຂອງກົມການເມືອງສູນກາງພັກ ແຕ່ງຕັ້ງທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ເປັນເລຂາຄະນະບໍລິຫານງານພັກ ແຂວງຊຽງຂວາງ.

ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ແຕ່ງຕັ້ງທ່ານ ໜໍບີຫາ ຕົ່ງປາວ ເປັນກຳມະການປະຈຳພັກແຂວງ, ທ່ານ ຄຳແສງ ພົມມະວັນ ເປັນກຳ ມະການປະຈຳພັກແຂວງ, ທ່ານ ບົວເງິນ ຫຸມໄຊຍະພົມ ເປັນກຳມະການປະຈຳພັກ ແຂວງ, ທ່ານ ສູນທອນ ພັນມີໄຊ ເປັນກຳມະການຄະນະບໍລິຫານງານພັກແຂວງ, ທ່ານ ພັນເອກ ຂັນທອງ ວົງອຳຄາ ເປັນກຳມະການຄະນະບໍລິຫານງານພັກແຂວງ.

ໂອກາດ ນີ້ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ກໍ່ໄດ້ໂອລົມເນັ້ນໜັກຕໍ່ແຂວງຊຽງຂວາງດັ່ງນີ້: ພະນັກງານຫຼັກແຫຼ່ງຂອງແຂວງ ມີຄວາມເປັນເອກະພາບກັບການຕົກລົງຂອງກົມການ ເມືອງສູນກາງພັກ ກ່ຽວກັບການແຕ່ງຕັ້ງ ສັບຊ້ອນ ຈັດວາງພະນັກງານການນຳຂອງ ແຂວງໃນເທື່ອນີ້, ເພີ່ມທະວີການສຶກສາອົບຮົມ ເຊື່ອມຊຶມ ຊີ້ແນະ ຮັບຮູ້ເຂົ້າໃຈຕໍ່ສະ ພາບທີ່ເກີດຂື້ນ, ຕ້ອງຍົກສູງຄວາມຮັບຜິດຊອບການເມືອງທີ່ໄດ້ຮັບມອບໝາຍ, ຕັ້ງໜ້າ ປັບປຸງແບບແຜນວິທີເຮັດວຽກ ແລະ ວິທີນຳພາໃຫ້ຖືກຕ້ອງຕາມຫຼັກການລວມສູນປະຊາ ທິປະໄຕ, ນຳພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ຮັບປະກັນໃຫ້ທຸກບັນຫາທີ່ມີຄວາມ ສຳຄັນ ແລະ ມີລັກສະນະຍຸດທະສາດ ນັບທັງການອອກນິຕີກຳຕ່າງໆ, ຕ້ອງເປັນແບບ ຢ່າງໃຫ້ແກ່ມະຫາຊົນໃນການດຳລົງຊີວິດໃຫ້ຖືກຕ້ອງຕາມກົດໝາຍ ວັດທະນະທຳ-ຮີດ ຄອງປະເພນີອັນດີງາມຂອງຊາດ, ສືບຕໍ່ແກ້ໄຂຜົນຂອງການດຳເນີນຊີວິດການເມືອງ ແລະ ຜົນຂອງການກວດກາທີ່ພົວພັນເຖິງພະນັກງານ, ພ້ອມກັນຈັດຕັ້ງເຊື່ອມຊຶມມະຕ ິ6 ສະໄໝທີ X, ເອົາໃຈໃສ່ຊີ້ນຳການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ມີ ຄວາມເຂັ້ມແຂງ ແລະ ໜັກແໜ້ນ.

ແຫຼ່ງຂ່າວ: ເສດຖະກິດ ການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...