Homeຂ່າວຕ່າງປະເທດອິນໂດເນຍເຊຍເລັ່ງອົບພະຍົບ 20,000ຄົນອອກຈາກພື້ນທີ່ ຍອດຜູ້ເສຍຊີວິດເພີ່ມເປັນ 98 ສົບ

ອິນໂດເນຍເຊຍເລັ່ງອົບພະຍົບ 20,000ຄົນອອກຈາກພື້ນທີ່ ຍອດຜູ້ເສຍຊີວິດເພີ່ມເປັນ 98 ສົບ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ນາຕາຣັມ ປະເທດອິນໂດເນເຊຍ ເມື່ອວັນທີ 7 ສິງຫາ 2018ວ່າ ສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດຂອງອິນໂດເນເຊຍ (ບີເອັນພີບີ) ລາຍງານຈຳນວນຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວຮຸນແຮງ 6.9 ແມັກນິຈູດ ໃນເຂດເກາະລອມບອກ ເມື່ອຕອນຄ່ຳຂອງວັນອາທິດທີ່ຜ່ານມາ ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ 98 ສົບ ແລະ ມີຜູ້ໄດ້ຮັບບາດເຈັບຫຼາຍກວ່າ 230 ຄົນ ແຕ່ທຸກຝ່າຍເຊື່ອວ່າຈະມີຜູ້ເສຍຊີວິດເພີ່ມຂຶ້ນອີກ ເມື່ອເຈົ້າໜ້າທີ່ໄດ້ເຮັດການສຳຫຼວດສິ່ງປຸກສ້າງ ແລະ ບ້ານເຮືອນຫຼາຍກວ່າ 13,000ແຫ່ງໃນພື້ນທີ່ໄດ້ຮັບຄວາມເສຍຫາຍ ເຊິ່ງເປັນຜົນກະທົບມາຈາກແຜ່ນດິນໄຫວຮຸນແຮງເຖິງ 2 ຄັ້ງ ແລະ ຫ່າງກັນພຽງອາທິດດຽວ

ທາງກອງທັບອິນໂດເນເຊຍໄດ້ເດີນໜ້າມອບຄວາມຊ່ວຍເຫຼືອດ້ານໂລຈິສຕິກໃນພື້ນທີ່ປະສົບໄພ ຮວມເຖິງການສົ່ງເຮືອພ້ອມສິ່ງຂອງອຸປະໂພກ ແລະ ບໍລິໂພກທີ່ຈຳເປັນ ແລະ ເຮືອສຳລັບອົບພະຍົບປະຊາຊົນຫຼາຍກວ່າ 20,000ຄົນ ໃນຈຳນວນນີ້ຫຼາຍກວ່າ 2,000ຄົນເປັນນັກທ່ອງທ່ຽວ ເຊິ່ງຕິດຢູ່ໝູ່ເກາະກີລີ ທີ່ເປັນເກາະຍ່ອຍ 3ແຫ່ງ

ໃນຂະນະດຽວກັນສະຫະປະຊາຊາດ (ຢູເອັນ) ອອສເຕເລຍ ແລະ ຝຣັ່ງ ສະແດງຄວາມພ້ອມທີ່ຈະໃຫ້ຄວາມຊ່ວຍເຫຼືອອິນໂດເນເຊຍທັນທີທີ່ໄດ້ຮັບການຮ້ອງຂໍ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...