Homeຂ່າວຕ່າງປະເທດມຽນມາອົບພະຍົບປະຊາຊົນ 5.000ຄົນ ໜີນ້ຳຖ້ວມໜັກ

ມຽນມາອົບພະຍົບປະຊາຊົນ 5.000ຄົນ ໜີນ້ຳຖ້ວມໜັກ

Published on

ເມື່ອວັນທີ 25 ກໍລະກົດ 2018 ຜູ້ສື່ຂ່າວລາຍງານວ່າ ເຈົ້າໜ້າທີ່ທາງາການມຽນມາ ລັດກະຫລ່ຽງ ປະເທດມຽນມາ ກ່າວວ່າ ນ້ຳໄດ້ຖ້ວມເມືອງຜາອ່າງ ຫຼັງຈາກນັ້ນໄດ້ເກີດນ້ຳປ່າໄຫລຫຼາກ ແລະ ແມ່ນ້ຳສາລະວິນ ລົ້ນໄຫລເຂົ້າມາຖ້ວມບ້ານເຮືອນ ແລະ ມີພື້ນເກີດນ້ຳຖ້ວມໜັກ ທາງເຈົ້າໜ້າທີ່ໄດ້ອົບພະຍົບປະຊາຊົນ ປະມານ 5,000ຄົນ ໄປໄວ້ທີ່ສູນຊ່ວຍເລືອຜູ້ປະສົບໄພນ້ຳຖ້ວມທັງໝົດ 10 ແຫ່ງ ແລະ ມີຊາວບ້ານບາງສ່ວນຕ້ອງອາໃສຢູ່ທີ່ສູງ ເຈົ້າໜ້າທີ່ກູ້ໄພມຽນມາໄດ້ເຂົ້າໄປຊ່ວຍເຫຼືອຊາວບ້ານ ແລະ ສັດລ້ຽງໝົດມື້

ໂດຍມີລາຍງານວ່າ ທ່ານ ນາງ ອອງຊານ ຊູຈີ ທີ່ປຶກສາແຫ່ງລັດຖະບານມຽນມາ ຕ້ອງຢຸດການເດີນທາງໄປເມືອງຜາອ່າງກະທັນຫັນ ຫຼັງຈາກຮູ້ວວ່າ ເກີດນ້ຳຖ້ວມ ເຊິ່ງຈາກເດີມມີກຳນົດການເດີນທາງໄປໃນວັນທີ 26 ກໍລະກົດ 2018

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...