Homeຂ່າວພາຍ​ໃນສະຫວັນຯແຈ້ງດ່ວນ ທຸກເມືອງລະວັງນໍ້າຖ້ວມ 24 ຊົ່ວໂມງ

ສະຫວັນຯແຈ້ງດ່ວນ ທຸກເມືອງລະວັງນໍ້າຖ້ວມ 24 ຊົ່ວໂມງ

Published on

ວັນທີ 29 ກໍລະກົດ 2018 ເຈົ້າແຂວງສະຫວັນນະເຂດ ອອກແຈ້ງການດ່ວນ ເຖິງບັນດາເຈົ້າເມືອງ, ອຳນາດການປົກຄອງ ແລະປະຊາຊົນທົ່ວສະຫວັນນະເຂດ ໃຫ້ລະວັງນໍ້າຖ້ວມຕະຫຼອດ 24 ຊົ່ວໂມງ.

ລາຍລະອຽດຂອງແຈ້ງການລະບຸວ່າ ເນື່ອງຈາກ 2 ອາທິດທີ່ຜ່ານມາໄດ້ມີຝົນຕົກລຽນຕິດ ມາຮອດວັນທີ 28 ກໍລະກົດ ລະດັບນໍ້າໃນສາຍນໍ້າຕ່າງໆ ເພິ່ມຂຶ້ນຢູ່ໃນລະດັບເຕືອນໄພຄື 10.3 ແມັດ ເຊິ່ງເຂດອັນຕະລາຍແມ່ນຢູ່ທີ່ 12.5 ແມັດ. ດັ່ງນັ້ນ, ຈຶ່ງແຈ້ງໃຫ້ຜູ້ທີ່ອາໄສຢູ່ໃນເຂດທີ່ລຸ່ມຕໍ່າ, ແຄມແມ່ນໍ້າ ໃຫ້ມີສະຕິດລະມັດລະວັງ ກຽມພ້ອມຂົນເຄື່ອງຂອງມີຄ່າແລະສັດລ້ຽງໄປໄວ້ບ່ອນສູງ, ຕິດຕາມແຈ້ງການເຕືອນໄພເປັນປະຈຳ ແລະຈັດຕັ້ງເວນຍາມເພື່ອຕິດຕາມລະດັບນໍ້າຢູ່ຕະຫຼອດ 24 ຊົ່ວໂມງ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...