Homeຂ່າວພາຍ​ໃນຂໍ້ມູນຫຼ້າສຸດ 1,126 ຄົນ ຍັງສູນຫາຍ

ຂໍ້ມູນຫຼ້າສຸດ 1,126 ຄົນ ຍັງສູນຫາຍ

Published on

ທ່ານ ນາງ ມີນາຄອນ ໄຊສົມພູ ຮອງເລຂາພັກແຂວງ ຄະນະຊີ້ນຳ ປະຕິບັດໜ້າທີ່ພາກສະໜາມ ກ່ຽວກັບ ສະພາບນ້ຳຖ້ວມຢູ່ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ລາຍງານກ່ຽວກັບການຈັດຕັ້ງ ປະຕິບັດໜ້າທີ່ ພາກສະໜາມ ໃນຕອນແລງຂອງມື້ນີ້ ຖືວ່າ ນັບຕັ້ງແຕ່ທ່ຽງຄືນຂອງວັນທີ 26 ກໍລະກົດ ຈົນຮອດເວລານີ້ ສະຖານະການນ້ຳຖ້ວມແມ່ນໜັກໜ່ວງ ການເຂົ້າພື້ນທີ່ ເພື່ອຊອກຫາຄົນຫາຍ ເພື່ອກູ້ໄພແລະການຊ່ວຍເຫຼືອບັນເທົາທຸກ ທຸກໜ່ວຍງານໄດ້ສຸມກຳລັງເຂົ້າຊ່ວຍຢ່າງເຕັມກຳລັງ ເຮັດວຽກທັງກາງເວັນກາງຄືນ ຢ່າງສຸດຄວາມສາມາດ

ການເຄື່ອນຍ້າຍຜູ້ທີ່ຍັງຕິດຄ້າງຢູ່ຕາມຈຸດຕ່າງໆ ແມ່ນຍັງສາມາດ ເຄື່ອນຍ້າຍມາສູ່ສູນພັກຊົ່ວຄາວ ຂອງຜູ້ປະສົບໄພ ແລະມື້ນີ້ໄດ້ເຄື່ນຍ້າຍມາຈາກ

– ບ້ານຫີນລາດ 12 ຄອບຄົວ ມີຈໍານວນ ທັງໝົດ 64 ຄົນ ຍິງ 25ຄົນ
– ບ້ານທ່າແສງຈັນ 4 ຄອບຄົວ ມີ 21 ຄົນ
– ບ້ານທ່າຫີນ 9 ຄອບຄົວ ມີຈໍານວນ 34 ຄົນ ຍິງ 16 ຄົນ
– ບ້ານສະໝອງໃຕ້ ມີ 3 ຄອບຄົວ ມີຈຳນວນ 18 ຄົນ ຍິງ 7 ຄົນ
– ບ້ານ ໃໝ່ ມີ 1 ຄອບຄົວ ມີຈຳນວນ 4 ຄົນ ຍິງ 1 ຄົນ
– ບ້ານໃຫຍ່ແທ ມີ 42 ຄອບຄົວ ມີຈໍານວນ 267 ຄົນ ຍິງ 139 ຄົນ
– ບ້ານຕະມໍຢອດ 1 ຄອບຄົວ ມີຈໍນວນ 5 ຄົນ ຍິງ 3 ຄົນ
ຖືວ່າ ລວມປະຊາຊົນທີ່ຖືກຍົກຍ້າຍມາຢູ່ສູນພັກຊົວຄາວໃນມື້ນີ້ມີ 72 ຄອບຄົວ ມີຈໍານວນ 413 ຄົນ ຍິງ 199 ຄົນ

ລວມປະຊາຊົນທີ່ຖືກຍົກຍ້າຍມາສູ່ສູນພັກຊົ່ວຄາວ ໃນປັດຈຸບັນນີ້ ມີທັງໝົດ 3,732 ຄົນ ນອກຈາກນີ້ ຍັງມີປະຊາຊົນ ຢູໃນ 3 ຈຸດຄື ເມືອງປະທຸມພອນແລະເມືອປາກຊ່ອງມີ 257 ຄອບຄົວ ມີຈຳນວນ 1,407 ຄົນ ຍິງ 626 ຄົນ ໃນນັ້ນ ຢູ່ຈຸດບ້ານຕະມໍຢອດມີ 595 ຄົນ ຢູ່ບ້ານໃຫຍ່ແທ 1,332 ຄົນ ຢູ່ຈຸດບ້ານປິ່ນດົງ 500 ຄົນ

ສໍາລັບຈໍານວນຜູ້ທີ່ບໍ່ທັນພົບເຫັນມີ 1,126 ຄົນ ໃນນັ້ນຜູ້ສູນຫາຍຕາມການຢັ້ງຢືນຂອງຄອບຄົວມີ 131 ຄົນ ສະເພາະມື້ວັນ ທີ 27 ກໍລະກົດ 2018 ນີ້ ສາມາດເກັນກູ້ໄດ້ໜຶ່ງສົບ ເປັນເດັກ ແຕ່ຍັງບໍ່ມີຜູ້ມາຢັ້ງຢືນເອົາ ລວມກັບມື້ທີ່ຜ່ານມາ ລວມທັງໝົດເປັນ 6 ສົບ

ທ່ານ ນາງ ມີນາຄອນ ໄຊສົມພູ ກ່າວວ່າ ສະພາບຝົນຕົກ ແມ່ນເບົາບາງ ບໍ່ຮຸນແຮງ ແຕ່ຍັງສື່ບຕໍ່ເປັນອຸປະສັກໃຫ້ແກ່ ການປະຕິບັດໜ້າທີ່ຂອງ ທຸກໜ່ວຍງານ

ທີ່ມາຂອງຂ່າວ: CRI-FM93

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...