ບໍ່ຕ້ອງຖາມໃຜເປັນພີ່ໃຜເປັນນ້ອງ ແຕ່ເບິ່ງຈາກພຶດຕິກຳຕົວຈິງແລ້ວ ສະແດງໃຫ້ເຫັນວ່າເຮົາຄືສາຍເລືອດດຽວກັນ
ມື້ວານນີ້, ວັນທີ 26 ກໍລະກົດ 2018 ຂະບວນລົດ 34 ຄັນລົດຈາກໄທ ຂົນເຄື່ອງຂອງບັນເທົາທຸກ ອາຫານ, ເຄື່ອງໃຊ້ ແລະນໍ້າ ເຂົ້າມາຍັງແຂວງອັດຕະປື ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ.
ນອກຈາກນີ້ແລ້ວ, ທົ່ວປະເທດໄທ ທັງພາກລັດແລະເອກະຊົນ ລວມທັງການຈັດຕັ້ງສ່ວນບຸກຄົນ ກໍໄດ້ໃຫ້ຄວາມຊ່ວຍເຫຼືອ ແລະເດິນທາງເຂົ້າມາຊ່ວຍປະຊາຊົນລາວຈົນນັບບໍ່ຖ້ວນ.
ບຸນຄຸນຄັ້ງນີ້ລັດຖະບານແລະປະຊາຊົນລາວຈະຈົດຈຳຕະຫຼອດໄປຢ່າງບໍ່ມີວັນລືມ.