ແຕ່ລະບັນຊີທີ່ຮັບບໍລິຈາກເປັນຂອງໃຜ ໄດ້ທໍ່ໃດແລ້ວ?

ສິ່ງທຳອິດທີ່ຢາກເວົ້າກໍຄື ເຮົາໄດ້ເຫັນນໍ້າໃຈຄົນລາວ ແລະເພື່ອນຮ່ວມໂລກທີ່ຢູ່ຕ່າງປະເທດ ພ້ອມພາກັນເປັນຈິດໜຶ່ງໃຈດຽວ ຈັດກິດຈະກຳ ຮັບບໍລິຈາກ ທັງວັດຖຸແລະເງິນຄຳ ເພື່ອສົ່ງມາຊ່ວຍເຫຼືອປະຊາຊົນທີ່ປະສົບໄພໃນຄັ້ງນີ້ ເປັນຂະບວນຟົດຟື້ນແລະເປັນມູນຄ່າມະຫາສານ.

ແຕ່ເຖິງແມ່ນວ່າທາງລັດຖະບານ ໄດ້ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບ ແກ້ໄຂວິກິດການອຸປະຕິໄພໃນຄັ້ງນີ້ຄັກແລ້ວກໍຕາມ, ແຕ່ກໍຍັງມີຜູ້ເປັນຫ່ວງເປັນໃຍໃນການບໍລິຫານຈັດການ ເງິນແລະເຄື່ອງບໍລິຈາກຢູ່ບໍ່ໜ້ອຍ.

ເບື້ອງຕົ້ນຄວນຈະແຈ້ງລາຍຮັບທີ່ເປັນຈຳນວນເງິນທັງໝົດໃຫ້ສັງຄົມໄດ້ຮັບຮູ້ ວ່າແຕ່ລະພາກສ່ວນທີ່ເປີດຮັບບໍລິຈາກນັ້ນໄດ້ທໍ່ໃດ? ແຕ່ລະເລກທີ່ບັນຊີທີ່ເປີດຮັບເງິນບໍລິຈາກນັ້ນໄດ້ທໍ່ໃດ? ອັນນີ້ຄວນໃຫ້ທະນາຄານເປັນຄົນເປີດເຜີຍເອງເລີຍ ເຊິ່ງບັນຊີທີ່ເປີດຮັບມີ:
+ ທະນາຄານການຄ້າ 080110000058308001 (ຊື່ບັນຊີແມ່ນຫຍັງ?)
+ ທະນາຄານພັດທະນາລາວ 0301800100000004 (ຊື່ບັນຊີແມ່ນຫຍັງ?)
+ ທະນາຄານການຄ້າ ສຳລັບເງິນໂດລາ 080110100021371001 (ຊື່ບັນຊີແມ່ນຫຍັງ?)
+ ເງິນທີ່ລະດົມໄດ້ຈາກ BCEL One Heart (ອັນນີ້ທະນາຄານການຄ້າໄດ້ຖະແຫຼງຂ່າວມອບແລ້ວ 2 ຕື້) ເປັນເງິນບໍລິຈາກຂອງປະຊາຊົນ (ທະນາຄານການຄ້າເປັນພຽງຜູ້ເກັບກຳເງິນ).
+ ເງິນທີ່ບໍລິຈາກຜ່ານເຄືອຂ່າຍໂທລະຄົມແຕ່ລະເຄືອຂ່າຍໄດ້ທໍ່ໃດ?
+ແລະເງິນຈາກພາກສ່ວນອື່ນໆ
ທັງໝົດນັ້ນຄວນຈະໃຫ້ມີບັນຊີກາງທີ່ເປີດຂຶ້ນເພື່ອພາລະກິດນີ້ໂດຍສະເພາະ ແລ້ວເອົາເງິນທັງໝົດໄປໂຮມໄວ້ໃນນັ້ນທັງໝົດ ເພື່ອບໍ່ໃຫ້ເງິນກະແຈກກະຈາຍ ຈັກໜ້ອຍຊິຫຼົງກັນ.

ເວົ້າເລື່ອງຂັ້ນຕອນການນຳໃຊ້ເງິນ ຖ້າເປັນການເບີກຈ່າຍເພື່ອຊື້ວັດຖຸຫຼືອາຫານເພື່ອບັນເທົາທຸກ ກໍຕ້ອງມີຄະນະກຳມະການກວດກາແລະມີຫຼັກຖານເປັນລາຍລັກອັກສອນຄັກແນ່, ເບີກແລ້ວຕ້ອງນຳກວດກາເບິ່ງວ່າເງິນໄດ້ຖືກນຳໃຊ້ແລ້ວແທ້ບໍ ແລະສິ່ງບັນເທົາທຸກໄດ້ໄປເຖິງມືຂອງຜູ້ປະສົບໄພທັງໝົດບໍ? ແລະຄວນຈະແຈ້ງຕໍ່ສາທາລະນະຊົນຜູ້ເປັນເຈົ້າຂອງເງິນໃຫ້ຮັບຮູ້ນຳພ້ອມ ຮັບປະກັນບໍ່ໃຫ້ມີຫາງສຽງຈົ່ມວ່າຈາກຜູ້ປະສົບໄພ.

ຖ້າຈະມອບເງິນຫຼືວັດຖຸຊ່ວຍເຫຼືອຜູ້ປະສົບໄພ ພາຍຫຼັງການແກ້ໄຂສະເພາະໜ້າໄປແລ້ວ ຄວນຈະມີການລົງທະບຽນຄັກແນ່ ເພື່ອຮັບປະກັນໃຫ້ຜູ້ປະສົບໄພທັງໝົດໄດ້ຮັບຜົນປະໂຫຍດເທົ່າທຽມກັນ ແລະໄດ້ຮັບການຊ່ວຍເຫຼືອຢ່າງສົມເຫດສົມຜົນ.

ແນວໃດກໍຕາມ, ເຮົາກໍເຊື່ອໝັ້ນຕໍ່ການປະຕິບັດໜ້າທີ່ຂອງ ຄະນະສະເພາະກິດ ຈະສາມາດບໍລິຫານຈັດການກັບເງິນແລະວັດຖຸບໍລິຈາກດ້ວຍຄຸນນະພາບ ແລະມີຄວາມໂປ່ງໃສ ສາມາດກວດສອບໄດ້.

 

5 COMMENTS

  1. ມັນກະຖືກຕາມທີ່ທ່ານເວົ້າຫັ້ນ,ສໍາຄັນແມ່ນຄະນກໍາມະການໃນແຕ່ລະຂັ້ນທີ່ໄດ້ຖືກແຕ່ງຕັ້ງຂື້ນຫັ້ນຈະຕ້ອງເປັນໃຈກາງໃນການຊີ້ນໍາ,ວາງແຜນ ແລະຕິດຕາມ,ວຽກງານນີ້ແມ່ນມີຫຼາຍປະເທດໄດ້ສົ່ງທິມງານເຂົ້າມາຮ່ວມ ແລະຊ່ວຍເຫຼືອການແບ່ງງານຂອງທິມລາວໃນການປະສານກັບທິມແຕ່ລະປະເທດ,ຈັກໜ້ອຍພາຍຫຼັງສໍາເລັດການກູ້ໄຟເບື້ອງຕົ້ນແລ້ວຊິມີນໍິຍາຍ ຫຼື ເລື່ອງທີ່ບໍ່ດີຂອງວຽກງານດັ່ງກ່າວໃຫ້ເຂົາກ່າວຂັວນ ແລະນິນທາໃນຕໍ່ໜ້າ.

  2. ແມ່ນແລ້ວເງິນທີ່ໄດ້ຈາກການບໍລິຈາກບໍ່ແມ່ນຈຳນວນນ້ອຍໆກະຢາກໃຫ້ຮອດໃຫ້ເຖິງຜູ້ປະສົບໄພທີ່ແທ້ຈິງແລະກະບໍ່ແມ່ນແຕ່ອັດຕະປືເທົ່ານັ້ນທີເຈີໄພພິບັດຄັ້ງນີ້ຍັງມີອີກຫລາຍແຂວງຫລາຍພື້ນທີທີ່ໄດ້ຮັບຄວາມເດືອດຮອດປະເທດເຮົາຊິຈະເລີນກ້າວຫນ້າກະຕ້ອງມີຄວາມໂປ່ງໃສຊັດເຈນຊື່ສັດພັດທະນາປະເທດຢ່າງແທ້ຈິງບໍ່ແມ່ນທີສວຍໃຊ້ໂອກາດເອົາແຕ່ຄວາມສຸກຂອງຕົນເອງຢູ່ບົນຄວາມທຸກຂອງປະຊາຊົນຕາດຳໆທີບໍ່ສາມາດອອກສິດອອກສຽງໄດ້

  3. ແມ່ນແລ້ວເງິນທີ່ໄດ້ຈາກການບໍລິຈາກບໍ່ແມ່ນຈຳນວນນ້ອຍໆກະຢາກໃຫ້ຮອດໃຫ້ເຖິງຜູ້ປະສົບໄພທີ່ແທ້ຈິງແລະກະບໍ່ແມ່ນແຕ່ອັດຕະປືເທົ່ານັ້ນທີເຈີໄພພິບັດຄັ້ງນີ້ຍັງມີອີກຫລາຍແຂວງຫລາຍພື້ນທີທີ່ໄດ້ຮັບຄວາມເດືອດຮອດປະເທດເຮົາຊິຈະເລີນກ້າວຫນ້າກະຕ້ອງມີຄວາມໂປ່ງໃສຊັດເຈນຊື່ສັດພັດທະນາປະເທດຢ່າງແທ້ຈິງບໍ່ແມ່ນທີສວຍໃຊ້ໂອກາດເອົາແຕ່ຄວາມສຸກຂອງຕົນເອງຢູ່ບົນຄວາມທຸກຂອງປະຊາຊົນຕາດຳໆທີບໍ່ສາມາດອອກສິດອອກສຽງໄດ້

  4. ຖ້າບຸກຄົນໃດມາໂກງເງີນກ້ອນນີ້ໃຫ້ມີອັນເປັນໄປຈົນເຖີງຄອບຄົວແລະຍາດຕີ່ພິນ້ອງບໍ່ມີຄວາມສຸກຈະໄດ້ຮັບໄຟພິບັດຮ້າຍແຮງກ່ວາປະຊາຊົນຜູ້ທີຖືກເຄາະຮ້າຍຄັ້ງນີ້

  5. ແມ່ນແລ້ວ ຂ້າພະເຈົ້າກໍ່ຍາກມີໜ່ວຍງານ ກຳມະການລວບລ່ວມເງີນບໍ່ລິຈາກ ຈາກພາກສ່ວນຕ່າງແລ້ວລາຍງານ ຂອງແຕ່ລະມື້ວ່າມັນໄດ້ທໍ່ໃດແລ້ວມີພາກສ່ວນໃດ່ແດ່.ຊື່ຫຍັງມາໃຫ້ມາແຕ່ໃສທໍ່ມັນຈີງບໍ່ຕົກເຮຍເສຍຫາຍແລະໂປງໃສ….

Comments are closed.