spot_img
Homeຂ່າວຕ່າງປະເທດຕຳຫລວດສະຫະລັດ ຈັບກຸມພໍ່ໃຈຊົ່ວ ຂ້າລູກຕົນເອງຍັດຖົງຂີ້ເຫຍື້ອຝັງຂ້າງຖະໜົນ

ຕຳຫລວດສະຫະລັດ ຈັບກຸມພໍ່ໃຈຊົ່ວ ຂ້າລູກຕົນເອງຍັດຖົງຂີ້ເຫຍື້ອຝັງຂ້າງຖະໜົນ

Published on

 

ຕຳຫລວດໄດ້ຄວບຄຸມໂຕຊາວອາເມຣິກັນລາຍໜຶ່ງ ທີ່ຕ້ອງສົງໄສວ່າ ໄດ້ລົງມືຂ້າລູກຕົນເອງທັງ 5 ຄົນ ແລ້ວນຳສົບ

ໃສ່ຖົງຂີ້ເຫຍື້ອໄປຝັງໄວ້ຂ້າງຖະໜົນ.

 

ສື່ຂອງຕ່າງປະເທດລາຍງານ ໃນວັນທີ 10 ກັນຍາ 2014 ຜ່ານມານີ້ວ່າ ຕຳຫລວດໄດ້ຄວບຄຸມໂຕທ້າວ ທິໂມທີ ໂຈນສ໌

ຢູ່ທີ່ຈຸດກວດກາແຫ່ງໜຶ່ງໃນລັດມິດຊິສຊິບປີ້ ຫລັງຈາກທີ່ເຈົ້າໜ້າທີ່ຕຳຫລວດໄດ້ພົບວ່າ ເຂົາຂັບລົດໃນຂະນະທີ່ກຳ

ລັງເມົາຢາ ແລະ ພາຍຫລັງສອບສວນເບິ່ງປະຫວັດຂອງຜູ້ກ່ຽວກໍພົບວ່າ ທ້າວ ໂຈນສ໌ ໄດ້ຖືກເມຍຂອງຕົນເອງແຈ້ງ

ຄວາມໄວ້ກັບຕຳຫລວດວ່າ ເຂົາ ແລະ ລູກໆອີກ 5 ຄົນໄດ້ຫາຍໂຕໄປ ນັບຕັ້ງແຕ່ວັນທີ 3 ກັນຍາ 2014 ທີ່ຜ່ານມາ ແລະ

ຫລັງຈາກນັ້ນເຂົາເອງກໍໄດ້ສາລະພາບວ່າ ໄດ້ຂ້າລູກຂອງຕົນເອງທັງ 5 ຄົນ ໂດຍທ້າວ ໂຈນສ໌ ໄດ້ພາຕຳຫລວດໄປຫາ

ບ່ອນທີ່ເຂົາໄດ້ຝັງສົບຂອງລູກໄວ້ ໃນເຂດພື້ນທີ່ຂອງລັດອະລາບາມາ.

 

ທ່ານ ລາຊີ ຄຣຳຕັນ ເຈົາໜ້າທີ່ຕຳຫລວດຂອງລັດມິດຊິສຊິບປີໄດ້ລະບຸວ່າ ສົບຂອງເດັກນ້ອຍແມ່ນເນົ່າເປື່ອຍຢູ່ໃນ

ຖົງຂີ້ເຫຍື້ອ ໂດຍໃນເບື້ອງຕົ້ນແມ່ນຍັງບໍ່ທັນຮູ້ສາເຫດຂອງການເສຍຊີວິດເທື່ອ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...