Homeຂ່າວນໍ້າຖ້ວມທີມກູ້ໄພຈີນ 100​ ກວ່າຄົນເດີນທາງມາຮອດອັດຕະປືຮຽບຮ້ອຍແລ້ວ

ທີມກູ້ໄພຈີນ 100​ ກວ່າຄົນເດີນທາງມາຮອດອັດຕະປືຮຽບຮ້ອຍແລ້ວ

Published on

ເມື່ອຕອນແລງຂອງວັນທີ 25 ກໍລະກົດ 2018 ມີລາຍງານວ່າໜ່ວຍກູ້ໄພຈາກ ສປ.ຈີນ ໄດ້ເດີນທາງມາຮອດເມືອງ ສະໜາມໄຊ ແຂວງ ອັດຕະປື ເປັນທີ່ຮຽບຮ້ອຍແລ້ວ ພ້ອມເດີນໜ້າປະຕິບັດພາລະກິດໃຫ້ການຊ່ວຍເຫຼືອຜູ້ປະສົບໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ.

ເຮືອບິນ Ma-60 ຂອງບໍລິສັດລາວເດີນອາກາດ Lao skyway ກະກຽມ ບິນໄປແຂວງອັດຕະປື ໃນເວລາ 14:00 ໂມງ ຂອງວັນທີ່ 25/07/2018 ເພື່ອນຳສົ່ງຊ່ຽວຊານຈີນ ຫນ່ວຍກູ້ໄພທະຫານ ແລະອຸປະກອນການແພດ ອຸປະກອນສື່ສານຂອງບໍລິສັດລາວໂທລະຄົມ ທີ່ສະຫນາມບິນວັດໄຕ ເດີນທາງສູ່ແຂວງ ອັດຕະປື

ແຫລ່ງຂ່າວຈາກ: ອິດສະຫຼະ, Lao skyway ແລະ ສຳນັກຂ່າວ ເອບີຊີລາວ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...