spot_img
Homeຂ່າວພາຍ​ໃນເຕືອນ! ໃນໄລຍະນີ້ ປະຊາຊົນຢູ່ລຸ່ມເຂື່ອນໄຟຟ້າ ທຸກບ່ອນຕ້ອງກຽມພ້ອມໜີນໍ້າຖ້ວມໃຫ້ທັນ

ເຕືອນ! ໃນໄລຍະນີ້ ປະຊາຊົນຢູ່ລຸ່ມເຂື່ອນໄຟຟ້າ ທຸກບ່ອນຕ້ອງກຽມພ້ອມໜີນໍ້າຖ້ວມໃຫ້ທັນ

Published on

ຈາກເຫດການທີ່ສັນເຂື່ອນແຕກ ແລ້ວໄຫຼລົ້ນຖ້ວມບ້ານເຮືອນປະຊາຊົນ ທາງແຂວງອັດຕະປື ແລະເຫດເຂື່ອນແຕກຫຼາຍຄັ້ງທີ່ຜ່ານມາ ໄດ້ສ້າງຜົນເສຍຫາຍຕໍ່ຊີວິດແລະຊັບສິນຂອງປະຊາຊົນ ຢ່າງຮ້າຍແຮງ; ໃນຂະນະທີ່ຂ່າວພາຍຸຍັງກຳລັງຈະຖະຫຼົ່ມປະເທດລາວອີກໃນໄລຍະ ວັນທີ 26-29 ກໍລະກົດ 2018 ນີ້ ເຊິ່ງຈະເຮັດໃຫ້ມີນໍ້າຢູ່ແຕ່ລະໜ້າເຂື່ອນຢ່າງຫຼວງຫຼາຍ ຫຼືອາດຈຳເປັນຕ້ອງໄດ້ປ່ອຍນໍ້າອອກຈາກເຂື່ອນຫຼືນໍ້າລົ້ນສັນເຂື່ອນໄດ້.

ຕາມແຫຼ່ງຂ່າວລາຍງານໃຫ້ຮູ້ວ່າ ເນື່ອງຈາກຝົນຕົກລິນໃນຫຼາຍມື້ທີ່ຜ່ານມາ ໄດ້ເຮັດໃຫ້ເຂື່ອນໄຟຟ້າຫຼາຍແຫ່ງມີມວນນໍ້າຈຳນວນມະຫາສານຢູ່ເຕັມອ່າງ ໂດຍສະເພາະເຂື່ອນນໍ້າງຽບ 2 ແລະ ນໍ້າເທີນ 2 ດັ່ງນັ້ນ, ຖ້າຫາກເກີດຝົນຕົກໜັກຕື່ມອີກຄືດັ່ງກົມອຸຕຸນິຍົມແລະອຸທົກກະສາດໄດ້ແຈ້ງເຕືອນໄວ້ນັ້ນ ກໍອາດຈະມີຄວາມສ່ຽງທີ່ບັນດາເຂື່ອນໄຟຟ້າຕ້ອງໄດ້ລະບາຍນໍ້າອອກ ຫຼືນໍ້າອາດຈະລົ້ນສັນເຂື່ອນ ໄຫຼລົງຖ້ວມບ້ານເຮືອນປະຊາຊົນທີ່ອາໄສຢູ່ລຸ່ມເຂື່ອນຢ່າງກະທັນຫັນໄດ້.

ດັ່ງນັ້ນ, ເພື່ອບໍ່ເປັນການຊັກຊ້າທີ່ຈະລໍຖ້າຟັງຄຳເຕືອນຈາກພາກສ່ວນທີ່ກ່ຽວຂ້ອງ ຫຼືຮັບປະກັນຄວາມປອດໄພເມື່ອຫາກເກີດເຫດສຸດວິໄສຂຶ້ນມາ, ຖ້າເຫັນຝົນຕົກໜັກຕິດຕໍ່ກັນ ປະຊາຊົນບັນດາບ້ານຕ່າງໆ ທີ່ອາໄສຢູ່ເຂດພື້ນທີ່ຕໍ່າ ແຄມແມ່ນໍ້າລຸ່ມເຂື່ອນຕ້ອງກຽມຄວາມພ້ອມ ເພື່ອຮັບມືກັບໄພນໍ້າຖ້ວມໄວ້ລ່ວງໜ້າ ເມື່ອເກີດເຫດຈຶ່ງຈະໜີທັນ ແລະບໍ່ຊໍ້າຮອຍເຫດການທີ່ອັດຕະປືອີກ.

ບໍ່ມີຫຍັງຮັບປະກັນໄດ້ ເລື່ອງຫຍັງມັນກໍເກີດຂຶ້ນໄດ້ ຈຶ່ງຂໍໃຫ້ມີສະຕິຢູ່ຕະຫຼອດເວລາ ຢ່າປະໝາດຢ່າງເດັດຂາດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...