spot_img
Homeຂ່າວນໍ້າຖ້ວມ3 ເມືອງໃນແຂວງອຸດົມໄຊເສຍຫາຍໜັກຈາກເຫດການນ້ຳຖ້ວມ

3 ເມືອງໃນແຂວງອຸດົມໄຊເສຍຫາຍໜັກຈາກເຫດການນ້ຳຖ້ວມ

Published on

ຕາມການລາຍງານຈາກຂ່າວທ້ອງຖິ່ນເມື່ອວັນທີ 16 ກໍລະກົດ 2018 ລາຍງານໃຫ້ຮູ້ວ່າ ເຫດການໄພນໍ້າຖ້ວມ ເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ ແຂວງອຸດົມໄຊ ໄດ້ສ້າງຄວາມເສຍຫາຍໃນວົງກ້ວາງ ຕາມການລາຍງານຂໍ້ມູນເບື້ອງຕົ້ນຂອງຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງແບງ ບ້ານທີ່ຖືກຜົນກະທົບຈາກເຫດການໄພນໍ້າຖ້ວມໃນຄັ້ງນີ້ມີຈຳນວນທັງໝົດ 20 ບ້ານ, ມີ 778 ຄອບຄົວ, ນໍ້າຖ້ວມເຮືອນເປ່ເພຈຳນວນ 131 ຫຼັງຄາເຮືອນ, ງົວຄວາຍຕາຍ 24 ໂຕ, ນາເສຍຫາຍ 239 ເຮັກຕາ, ສວນສາລີເສຍຫາຍ 205 ເຮັກຕາ, ໜອງປາເສຍຫາຍ 27 ໜອງ, ດິນເຈື່ອນຖົມເຮືອນ 6 ຫຼັງ. ມີຈຳນວນພົນທັງໝົດ 4,716 ຄົນ, ຍິງ 2,462 ຄົນ ລວມມູນຄາເສຍຫາຍທັງໝົດປະມານ 1,481,000,000 ກີບ.

 

ຂ່າວແລະ ພາບຈາກ: ບຸນສີບີ້ (ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງອຸດົມໄຊ)

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...