Homeຂ່າວພາຍ​ໃນໂຄຣເອເຊຍມ້າມືດເຂ່ຍອັງກິດຕົກ ຜ່ານເຂົ້າຮອບຊິງພົບຝຣັ່ງໄດ້ສຳເລັດ

ໂຄຣເອເຊຍມ້າມືດເຂ່ຍອັງກິດຕົກ ຜ່ານເຂົ້າຮອບຊິງພົບຝຣັ່ງໄດ້ສຳເລັດ

Published on

ການລົງຟາດແຂ່ງລະຫວ່າງ “ອັງກິດ ກັບ ໂຄຣເອເຊຍ” ເມື່ອຄືນຂອງວັນທີ 11 ກໍລະກົດ 2018 ສ້າງຄວາມແປກໃໝ່ໃຫ້ກັບແຟນບານເມື່ອອະດີດແຊັມຢ່າງອັງກິດເສຍໃຫ້ທີມນ້ອງໃໝ່ມາແຮງຢ່າງ ໂຄຣເອເຊຍ 2-1 ໃນການຫຼິ້ນຕໍ່ເວລາພິເສດ 120 ນາທີ ແລະ ເປັນການດັບຝັນທີມ ສິງໂຕຄຳລາມ ທີ່ຫວັງຈະເຂົ້າຮອບຊິງອີກຄັ້ງນັບຕັ້ງແຕ່ປີ 1966 ແລະ ໂຄເອເຊຍ ໄດ້ຜ່ານເຂົ້າຮອບຊິງຊະນະເລີດ ເຊິ່ງຈະພົບກັບ ຝຣັ່ງ ໃນຄ່ຳຄືນຂອງວັນທີ 15 ກໍລະກົດ 2018 ໃນເວລາ 22:00 ໂມງ

ສຳລັບອັງກິດ ແລະ ເບລຢຽມ ມີນັດຊິງທີ 3 ໃນຄ່ຳຄືນຂອງວັນທີ 14 ກໍລະກົດ 2018 ເວລາ 21:00 ໂມງ

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...