spot_img
Homeຂ່າວທ້ອງຖິ່ນ5 ຂັ້ນຕອນຊື້ລົດນິດສັນໄດ້ໄວ

5 ຂັ້ນຕອນຊື້ລົດນິດສັນໄດ້ໄວ

Published on

ຂັ້ນຕອນ 1: ຄົ້ນຫາຕົວລົດ ແລະ ເລືອກອອບຊັ້ນຕ່າງໆທີ່ທ່ານຕ້ອງການ.
ຊື້ລົດໃໝ່ແມ່ນບາດກ້າວທີ່ໃຫຍ່ ແຕ່ບໍ່ແມ່ນສິ່ງທີ່ໜ້າຢ້ານ, ທັງໝົດທີ່ທ່ານຕ້ອງເຮັດແມ່ນຊອກຫາປະເພດຂອງລົດ, ຫາຫ້ອງໂຊຣູມລົດ, ກວດກາລາຄາຂອງລົດ ແລະ ເຈລະຈາຊື້ລົດໃໝ່ຂອງທ່ານ.

ຖ້າຍັງບໍ່ແນ່ໃຈວ່າລົດລຸ້ນໃດທີ່ທ່ານຕ້ອງການ? ໃນເວລານັ້ນ ເຂົ້າໄປຫາສູນໂຊຣູມນິດສັນຂອງພວກເຮົາ, ທີ່ປຶກສາທາງດ້ານການຂາຍຂອງພວກເຮົາຈະຊ່ວຍໃຫ້ທ່ານຮຽນຮູ້ຟີດເຈີ ແລະ ອ໋ອບຊັນຕ່າງໆຂອງລົດພວກເຮົາໄດ້ຫລາຍຂຶ້ນ.

ຂັ້ນຕອນ 2: ຄົ້ນຫາ ແລະ ທົດລອງຂັບຂີ່.
ເມື່ອທ່ານຢູ່ທີ່ຫ້ອງໂຊຣູມ:

  • ທົດລອງຂັບຂີ່ ແລະ ຮຽນຮູ້ ສໍາຜັດກັບຕົວລົດ ເພື່ອໃຫ້ເຂົ້າໃຈຫລາຍຂຶ້ນ.
  • ເອົາຄອບຄົວຂອງທ່ານໄປພ້ອມ ເພື່ອທົດສອບຄວາມເໝາະສົມໃນຕົວລົດ ແລະ ເບິ່ງວ່າ ລົດຈະສາມາດຮັບມືກັບປະເພດຫົນທາງຫລາຍລະດັບຕ່າງກັນໄດ້ແນວໃດ.
  • ຖາມຕົວທ່ານເອງວ່າ: ປຸ່ມຄວບຄຸມຕ່າງໆແມ່ນໃຊ້ງ່າຍຫລືບໍ່? ລົດເໝາະສົມກັບຄວາມຕ້ອງການຂອງທ່ານແລ້ວບໍ່?

ຂັ້ນຕອນ 3: ໄດ້ລາຄາຂາຍ ແລະ ຕອບຕົກລົງເຮັດສັນຍາຊື້.

ເມື່ອທ່ານມີລົດນິດສັນໃນແບບເປົ້າໝາຍທີ່ທ່ານຕ້ອງການແລ້ວ, ມັນເປັນເວລາທີ່ຈະເນັ້ນໃສ່ການໄດ້ລາຄາທີ່ເໝາະສົມ. ພວກເຮົາແນະນໍາໃຫ້ຖາມຂໍເອົາລາຄາສຸດທ້າຍ ແລະ ການບໍລິການຫລັງການຂາຍຫລາຍກວ່າໂປຣໂມຊັັ້ນທີ່ມີຢູ່ໃນປະຈຸບັນ.

ຖ້າລາຄາ,ການຈັດຫາເງິນທຶນ ແລະ ຄ່າທໍານຽມເບິ່ງເໝາະສົມແລ້ວ, ຂັ້ນຕອນຕໍ່ໄປກໍຈະເປັນເວລາທີ່ຈະຕົກລົງເຮັດສັນຍາຊື້ຂາຍ ໂດຍການຈ່າຍຄ່າທໍານຽມກ່ອນທໍາອິດ.

ຂັ້ນຕອນ 4: ທົບທວນສັນຍາຊື້ຂາຍ ແລະ ກວດກາການຈັດຫາເງິນທຶນກັບ​ທະ​ນາ​ຄານ ຫຼື​ ບໍ​ລິ​ສັດ​ສີນ​ເຊື່ອ.

ຫລັງຈາກຈ່າຍຄ່າທໍານຽມຈອງລົດ, ຕອນນີ້ຄໍາຖາມໃຫຍ່ຂອງທ່ານແມ່ນກ່ຽວພັນກັບການຫາເງິນກູ້ທະນາຄານ. ລາຄາລົດພ້ອມດ້ວຍໂປຣໂມຊັ້ນບໍ່ແມ່ນປັດໃຈທີ່ຕັດສິນຊື້ຂາຍລົດທີ່ດີ. ນອກຈາກນີ້, ທ່ານຄວນຈະເບິ່ງທີ່ອັດຕາດອກເບັ້ຍທະນາຄານ, ໄລຍະເວລາເງິນກູ້ ໂດຍປຽບທຽບກັບທະນາຄານອື່ນໆສອງສາມທະນາຄານ ເພື່ອຕັດສິນວ່າສິ່ງໃດທີ່ດີທີ່ສຸດສໍາລັບທ່ານ. ພະນັກງານຂາຍພວກເຮົາຈະຊ່ວຍທ່ານເລືອກເອົາແພັກເກັດການຈັດຫາເງິນທຶນຢ່າງເໝາະສົມ.

ຂັ້ນຕອນ 5: ຮັບມອບລົດ

ບໍ່ວ່າທ່ານຈະຮັບມອບລົດຂອງທ່ານຢູ່ທີ່ຫ້ອງໂຊຣູມຫລືບໍ່, ໃຫ້ທ່ານຍ່າງອ້ອມເບິ່ງລົດຄັ້ງສຸດທ້າຍ, ກວດກາຮອຍບຸ້ມ ຫລື ຮອຍຂູດ ທີ່ອາດຈະເກີດຂຶ້ນໃນລະຫວ່າງການຂົນສົ່ງ.

ສຸດທ້າຍແລ້ວ, ໃຫ້ພະນັກງານຂາຍພາຍ່າງເລາະເບິ່ງລົດໃໝ່ຂອງທ່ານ. ນີ້ຈະລວມເຖິງການສະແດງອອບຊັ້ນທີ່ສໍາຄັນແລະ ອຸປະກອນຄວາມປອດໄພຕ່າງໆ.

 

ຂໍໃຫ້ມີຄວາມສຸກໃນການຊື້ລົດນິດສັນ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...