Homeຂ່າວພາຍ​ໃນເຈົ້າແຂວງຊຽງຮາຍຖະແຫຼງຂ່າວ ຂອບໃຈທຸກພາກສ່ວນທີ່ໃຫ້ການຊ່ວຍເຫຼືອ ລວມທັງຈາກລາວ

ເຈົ້າແຂວງຊຽງຮາຍຖະແຫຼງຂ່າວ ຂອບໃຈທຸກພາກສ່ວນທີ່ໃຫ້ການຊ່ວຍເຫຼືອ ລວມທັງຈາກລາວ

Published on

ຕອນເຊົ້າວັນທີ 3 ກໍລະກົດ 2018 ຜູ້ວ່າລາຊະການຈັງຫວັດຊຽງຣາຍ ຫຼືເຈົ້າແຂວງຊຽງຮາຍໄດ້ຖະແຫຼງຂ່າວຢືນຢັນວ່າເດັກນ້ອຍໃນຖໍ້າທຸກຄົນມີສຸຂະພາບດີ ຕໍ່ໄປແມ່ນຕ້ອງຫາວິທີນຳເອົາເຂົາເຈົ້າອອກມາ.

ເບື້ອງຕົ້ນຈະໄດ້ສົ່ງອາຫານບຳລຸງແລະຢາເຂົ້າໃຫ້ ເພື່ອປະຖົມພະຍາຍານເຮັດໃຫ້ສຸຂະພາບແຂງແຮງຂຶ້ນ ລໍຖ້າການຊ່ວຍເຫຼືອເອົາອອກມາຂ້າງນອກ. ແລະພາລະກິດການຊ່ວຍເຫຼືອຍັງຕ້ອງສືບຕໍ່ແບບບໍ່ໄດ້ຢຸດ ເປັນຕົ້ນແມ່ນການດູດນໍ້າອອກຕື່ມ ເພື່ອໃຫ້ລະດັບນໍ້າຫຼຸດລົງ ແລະເຝິກສອນໃຫ້ເດັກນ້ອຍຮູ້ຈັກລອຍນໍ້າ ໃຫ້ຮ່າງກາຍແລະເສັ້ນທາງມີຄວາມພ້ອມຈັ່ງຄ່ອຍເອົາອອກມາຂ້າງນອກ.

ໂອກາດນີ້ທ່ານເຈົ້າແຂວງຊຽງຮາຍໄດ້ກ່າວວ່າ ນີ້ເປັນຜົນງານການຊ່ວຍເຫຼືອຂອງຫຼາຍພາກສ່ວນ ລວມທັງໜ່ວຍກູ້ໄພຈາກຫຼາຍປະເທດທົ່ວໂລກ, ເປັນປະຫວັດສາດ ແລະຄວາມສຳເລັດທີ່ທົ່ວໂລກຈະຈົດຈຳຕະຫຼອດໄປ.

ບົດຄວາມຫຼ້າສຸດ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...