ດ່ວນ! ໄທພົບທີມໝູປ່າແລ້ວ ທັງ 13 ຊີວິດ

ຈາກກໍລະນີປະຕິບັດການຄົ້ນຫາ 13 ຊີວິດ ເດັກນ້ອຍແລະໂຄ໊ດ ທີມໝູປ່າອະຄາເດມີ່ ທີ່ຖືກນໍ້າຂັງໄວ້ຢູ່ຖໍ້າຫຼວງ ວະນະອຸທະຍານຖໍ້າຫຼວງຂຸນນ້ຳນາງນອນ ເມືອງແມ່ສາຍ ແຂວງຊຽງຮາຍ ປະເທດໄທ ຕັ້ງແຕ່ວັນທີ 23 ມິຖຸນາ ທີ່ຜ່ານມາ ທີ່ເຈົ້າໜ້າທີ່ທຸກພາກສ່ວນ ລວມທັງໜ່ວຍກູ້ໄພຈາກລາວ ໄດ້ລະດົມສັບພະກຳລັງເຕັມທີ່ໃນການຊ່ວຍເຫຼືອ ທ່າມກາງຄວາມເປັນຫ່ວງຂອງທຸກຄົນທີ່ຮູ້ຂ່າວ.

ຫຼ້າສຸດຕອນຄໍ່າມື້ນີ້ ວັນທີ 2 ກໍລະກົດ 2018 ມີລາຍງານດ່ວນວ່າ ຂະນະນີ້ເຈົ້າໜ້າທີ່ໄດ້ພົບຜູ້ສູນຫາຍທັງ 13 ຄົນແລ້ວ ສຳລັບລາຍລະອຽດຈະນຳສະເໜີຕໍ່ໄປ.

ແຫຼ່ງຂ່າວ: ຂ່າວສົດອອນລາຍ