Homeຂ່າວພາຍ​ໃນທະນາຄານກາງແຈ້ງໃຫ້ລະວັງ ໂດລາປອມລະບາດໃນພາກເໜືອ

ທະນາຄານກາງແຈ້ງໃຫ້ລະວັງ ໂດລາປອມລະບາດໃນພາກເໜືອ

Published on

ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການເມື່ອວັນທີ 21 ມິຖຸນາ 2018 ແຈ້ງວ່າໄດ້ມີຄົນຕ່າງຊາດ ນຳເອົາເງິນໂດລາປອມເຂົ້າມາເຄື່ອນໄຫວໃຊ້ຈ່າຍໃນເຂດພາກເໜືອຂອງລາວ ດັ່ງນັ້ນ, ຈຶ່ງຂໍໃຫ້ພໍ່ແມ່ປະຊາຊົນມີສະຕິລະມັດລະວັງໂຕ ດີແທ້ຂໍໃຫ້ຫຼີກລ່ຽງໃນການຊື້-ຂາຍເປັັນເງິນໂດລາ ເພື່ອຮັບປະກັນຄວາມເສຍຫາຍທີ່ຈະເກີດຂຶ້ນກັບທ່ານ.

ວິທີສັງເກດເບິ່ງເງິນເບື້ອງຕົ້ນວ່າເປັນເງິນແທ້ຫຼືເງິນປອມໃຫ້ສັງເກດດັ່ງນີ້:
1. ໃຫ້ສ່ອງເບິ່ງຮູບລາຍນໍ້າຂ້າງໃນຫຼືບໍ່? (ຖ້າບໍ່ມີລາຍນໍ້າສະແດງວ່າເງິນປອມ)
2. ໃຫ້ລູບເບິ່ງລາຍຂອງເງິນ, ໂຕເລກ ແລະຮູບໃນເງິນ ຖ້າເງິນແທ້ຈະມີລັກສະນະຊາ ບໍ່ກ້ຽງມື່ນ (ຖ້າລູບເບິ່ງແລ້ວມີລັກສະນະກ້ຽງມື່ນ ໃຫ້ຕັ້ງຂໍ້ສົງໄສເອົາໄວ້ໂລດວ່າເປັນເງິນປອມ)

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...