Homeຂ່າວພາຍ​ໃນລາວຍັງມີອັດຕາເສດຖະກິດຂະຫຍາຍຕົວແຮງ

ລາວຍັງມີອັດຕາເສດຖະກິດຂະຫຍາຍຕົວແຮງ

Published on

ປີ 2018 ເສດຖະກິດຂອງລາວຍັງຂະຫຍາຍຕົວສູງ ເມື່ອທຽບກັບປະເທດອື່ນໃນພາກພື້ນ

ອັດຕາການເຕີບໂຕຂອງເສດຖະກິດໃນ ສປປ ລາວ ໃນປີ 2018 ຄາດວ່າຈະຢູ່ໃນລະດັບ 6.7% ເຊິ່ງເຫັນວ່າຍັງຂະຫຍາຍຕົວສູງ ທຽບກັບປະເທດອື່ນໆໃນພາກພື້ນ, ແຕ່ກໍ່ຂະຫຍາຍຕົວໃນຈັ່ງຫວະຊ້າລົງ ເມື່ອທຽບກັບອັດຕາການເຕີບໂຕໃນໄລ ຍະຜ່ານມາ.

ອີງຕາມບົດລາຍງານສະພາບເສດຖະກິດສໍາລັບ ສປປ ລາວ ຂອງທະນາຄານໂລກ ທີ່ໄດ້ເຜີຍ ແຜ່ໃນວັນທີ 15 ມິຖຸນາ 2018 ຊີ້ໃຫ້ເຫັນວ່າ: ຂະແໜງການທີ່ນໍາໃຊ້ແຮງງານຫລາຍ ເປັນຕົ້ນຂະແໜງການຜະລິດ ແລະ ຂະແໜງທ່ອງທ່ຽວ ຄາດວ່າໄດ້ຄ່ອຍໆປັບປຸງຂຶ້ນ ແລະ ຄາດວ່າ ຈະສ້າງວຽກເຮັດງານທໍາ ພ້ອມທັງປະກອບສ່ວນເຂົ້າ ໃນການຫລຸດຜ່ອນຄວາມທຸກຍາກ; ໃນຂະແໜງພະລັງງານ ແລະ ການຜະລິດເຫັນວ່າ ຈະສືບຕໍ່ມີການ ສົ່ງອອກຢ່າງເຂັ້ມແຂງ; ໃນຂະນະທີ່ຂະແໜງການທ່ອງທ່ຽວ ຄາດວ່າຈະຟື້ນຕົວຈາກປີກາຍ; ວຽກງານການຄຸ້ມຄອງເສດຖະກິດ ມະຫາພາກກໍ່ມີການປັບປຸງໃຫ້ດີຂຶ້ນ, ໂດຍເຫັນວ່າໃນເບື້ອງງົບປະມານ ໄດ້ມີຄວາມພະຍາຍາມ ໃນການເກັບລາຍຮັບດີຂຶ້ນ, ຄວບຄຸມລາຍຈ່າຍ ແລະ ແກ້ໄຂໜີ້ທີ່ຍັງຄົງຄ້າງ ພ້ອມດຽວກັນ ກໍ່ປ່ອຍໃຫ້ອັດຕາແລກປ່ຽນເໜັງຕີງ ໄດ້ຫລາຍຂຶ້ນໃນກອບ.

ສ່ວນອັດຕາເງິນເຟີ້ເຫັນວ່າ ຍັງຢູ່ໃນລະດັບຕໍ່າປະມານ 2% ແຕ່ກໍ່ເລີ່ມສູງ ຂຶ້ນເນື່ອງຈາກ ການຟື້ນຕົວຂອງລາຄານໍ້າມັນ.ໃນໄລຍະກາງ, ສະພາບເສດຖະກິດເຫັນວ່າຈະຍັງຢູ່ໃນລະດັບດີ ຢູ່ ຖ້າຫາກວ່າມີຄວາມຄືບໜ້າ ທາງດ້ານຄຸ້ມຄອງງົບປະມານ ເພື່ອຫລຸດຜ່ອນການຂາດດຸນ ແລະ ການຄຸ້ມຄອງໜີ້ສີນ ທີ່ປັບປຸງຂຶ້ນກວ່າເກົ່າໄປພ້ອມກັບ ການປະຕິຮູບແວດລ້ອມທາງດ້ານທຸລະກິດ ແລະ ການມີມາດຕະການເພີ່ມຄວາມຄວາມສາມາດ ດ້ານການເງິນ ຂອງຂະແໜງພະລັງງານໃຫ້ມີຄວາມເຂັ້ມແຂງ ຂຶ້ນກວ່າເກົ່າ. ພ້ອມນັ້ນ, ການສົ່ງເສີມພາກເອກະຊົນໃຫ້ມີຄວາມຟົດຟື້ນ ແລະ ການລົງທຶນໃສ່ ການພັດທະນາຊັບພະຍາກອນມະນຸດນັ້ນ ຈະຊ່ວຍເຮັດໃຫ້ການເຕີບໂຕມີ ຄວາມຍືນຍົງໃນອະນາຄົດ.

ທ່ານ ນາງ ວຽງສະໄໝ ສຣິດທິຣາດ (Vieng Samay Srithirath)ຮັກສາການ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ສປປ ລາວ ໄດ້ມີການເຕີບໂຕທີ່ເຂັ້ມແຂງ ມາຕະຫລອດ ໄລຍະສິບປີທີ່ຜ່ານມາ, ເຊິ່ງສາມາດປະກອບສ່ວນ ເຂົ້າໃນການປັບປຸງຊີວິດການເປັນຢູ່ ແລະ ການບໍລິການຕ່າງໆ ໃຫ້ແກ່ປະຊາຊົນລາວ. ພ້ອມນັ້ນ, ການປັບປຸງແວດລ້ອມທຸລະກິດ ກໍ່ຈະສາມາດຊ່ວຍເຮັດ ໃຫ້ເສດຖະກິດຂອງ ສປປ ລາວ ຂະຫຍາຍຕົວໄດ້ ໂດຍບໍ່ເອື່ອຍອີງໃສ່ຂະແໜງຊັບພະຍາກອນທໍາມະຊາດຫລາຍເກີນໄປ, ເຊິ່ງຈະສົ່ງຜົນເຮັດໃຫ້ມີການສ້າງວຽກເຮັດງານ ທໍາຫລາຍຂຶ້ນກວ່າເກົ່າ. ໂອກາດໃນການຂະຫຍາຍຕົວ ຂອງຂະແໜງກະສິກໍາ, ການປຸງ ແຕ່ງຜົນຜະລິດກະສິກໍາ, ການທ່ອງທ່ຽວ, ການຄ້າ ແລະ ການຜະລິດ ຈະເປັນທ່າແຮງໃນການຫລຸດຜ່ອນຄວາມທຸກຍາກລົງ ໄດ້ຕື່ມອີກ.

cr: Support prime minister Thongloun Sisoulith

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...