spot_img
Homeຂ່າວຕ່າງປະເທດເຜີຍ 4 ຂໍ້ຕົກລົງທີ່ "ທຣັມ-ຄິມ" ລົງນາມຮ່ວມກັນ

ເຜີຍ 4 ຂໍ້ຕົກລົງທີ່ “ທຣັມ-ຄິມ” ລົງນາມຮ່ວມກັນ

Published on

ປະຫວັດສາດຂອງໂລກຕອງຈາລຶກໃໝ່ອີກຄັ້ງ ເມື່ອຊາດສັດຕູຢ່າງ ສະຫະລັດອາເມລິກາ ແລະ ເກົາຫຼີເໜືອ ເລືອກທີ່ຈະຫັນຫຼັງໃຫ້ອະດີດ ແລະ ຫັນໜ້າເຂົ້າຫາກັນ ຜ່ານການລົງນາມໃນເອກະສານສະບັບໜຶ່ງ ທີ່ຈະເປັນຄຳໝັນສັນຍາວ່າທັງສອງຝ່າຍຈິງໃຈທີ່ຈະສ້າງສັນຕິພາບໃຫ້ເກີດຂຶ້ນ ເຊິ່ງທັນສອງໄດ້ມີການລົງນາມໃນເອກະສານ ເຊິ່ງມີເນື້ອໃນສຳຄັນ 4 ຫົວຂໍ້ດັ່ງນີ້:

ຂໍ້​ 1 ສະ​ຫະລັດ ​ແລະ​ ເກົາ​ຫຼີ​ເໜືອ​ສັນຍາ​ທີ່​ຈະ​ສ້າງ​ຄວາມ​ສຳພັນ​ໃໝ່​ລະຫວ່າງ​ 2 ຊາດ​ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ປະຊາຊົນ​ຂອງ​ທັງ​ 2 ປະເທດ​ ເພື່ອ​ສັນ​ຕິ​ພາບ ​ແລະ​ ຄວາມ​ຈະເລີນ​ຮຸ່ງ​ເຮືອງ.​

ຂໍ້​ 2 ສ​ະຫະລັດ ​ແລະ​ ເກົາ​ຫຼີ​ເໜືອ​ຈະ​ຮ່ວມ​ມື​ກັນ​ສ້າງ​ສັນ​ຕິ​ພາບ​ທີ່​ຍືນຍົງ ​ແລະ ສະຖຽນໃນແຫຼມ​ເກົາ​ຫຼີ.​

ຂໍ້​ 3 ຢືນຢັນ​ຖະແຫຼງການ​ປັນ​ມຸນ​ຈອມ​ ທີ່​ເຮັດ​ໄວ້​ເມື່ອ​ວັນທີ​ 27 ເມ​ສາ​ 2018 ໂດຍ ເກົາ​ຫຼີ​ເໜືອ​ສັນຍາ​ວ່າ​ຈະ​ລົງ​ມື​ປົດ​ນິວ​ເຄຼຍ​ຢ່າງ​ສົມບູນ​ຈາກ​ແຫຼມ​ເກົາ​ຫຼີ.​

ຂໍ້​ 4 ສ​ະຫະລັດ ​ແລະ​ເ ກົາ​ຫຼີ​ເໜືອ​ສັນຍາ​ທີ່​ຈະ​ຫາ​ຮ່າງ​ນັກ​ໂທດ​ສົງຄາມ​ ແລະ​ ທະຫານ​ທີ່​ຫາຍ​ສາບ​ສູນ​ລະຫວ່າງ​ປະຕິບັດ​ໜ້າທີ່​ ເຊິ່ງ​ລວມທັງການ​ສົ່ງ​ຮ່າງ​ຜູ້​ເສຍຊີວິດ​ທີ່​ໄດ້ຮັບ​ການ​ຢືນຢັນ​ຕົວ​ບຸກ​ຄົນ​ແລ້ວ​ ກັບ​ປະເທດ​ໂດຍ​ທັນ​ທີ​.

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...