Homeຂ່າວຕ່າງປະເທດ"ທຣັມ-ຄິມ" ພົບປະຫາລືຄັ້ງປະຫັວດສາດທີ່ ສິງກະໂປ

“ທຣັມ-ຄິມ” ພົບປະຫາລືຄັ້ງປະຫັວດສາດທີ່ ສິງກະໂປ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດ ສິງກະໂປ ເມື່ອວັນທີ 12 ມິຖຸນາ 2018ວ່າ ປະທານາທິບໍດີ ໂດນັລ ທຣັມ ແລະ ທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດເກົາຫຼີເໜືອ ປະຊຸມຮ່ວມກັນໃນລະດັບພາຄີ ທີ່ໂຮງແຮມ ຄາເປລລາ ທີ່ເກາະເຊນໂຕຊາ ເມື່ອເວລາ 8:00 ນາທີຕາມເວລາບ້ານເຮົາ ນີ້ຖືເປັນຄັ້ງປະຫວັດສາດທີ່ຜູ້ນຳທັງສອງປະເທດພົບປະຫາລືກັນຢ່າງເປັນທາງການ

ທ່ານ ໂດນັລ ທຣັມກ່າວໃນລະຫວ່າງການໃຫ້ສື່ມວນຊົນບັນທຶກພາບວ່າເຂົາຄາດຫວັງ “ຄວາມສຳພັນອັນດີເລີດ” ກັບເກົາຫຼີເໜືອ ສ່ວນທ່ານ ຄິມ ຈອງ ອຶນ ກ່າວວ່າການທີ່ມີການປະຊຸມຄັ້ງນີ້ເກີດຂຶ້ນໄດ້ ເປັນຜົນຈາກການທີ່ທັງສອງປະເທດ “ກ້າວຂ້າມຜ່ານອຸປະສັກໃນອະດີດ”

ຂະນະທີ່ກ່ອນການພົບປະຫາລືຈະເລີ່ມຂຶ້ນ ທຣັມ ກ່າວວ່າເຂົາສາມາດ “ຮັບຮູ້ໄດ້ຕັ້ງແຕ່ນາທີທຳອິດ” ວ່າການເຈລະຈາໃນເທື່ອນີ້ສົມຄວນເດີນໜ້າຕໍ່ໄປ ແລະ ມີີຄວາມເປັນໄປໄດ້ທີ່ສະຫະລັດ ແລະ ເກົາຫຼີເໜືອຈະບັນລຸຂໍ້ຕົກລົງຮ່ວມກັນ ຫຼື ບໍ່? ດ້ານສຳນັກຂ່າວກາງເກົາຫຼີເໜືອ ລາຍງານເມື່ອວັນຈັນວ່າການໂອ້ລົມກັບຜູ້ນຳສະຫະລັດເປັນການແລກປ່ຽນຄວາມຄິດເຫັນໃນຫົວຂໍ້ “ຫຼາກຫຼາຍ ແລະ ເລິກເຊິ່ງ” ກ່ຽວກັບການເສີມສ້າງຄວາມສຳພັນໃນລະດັບພາຄີໃນຮູບແບບໃໝ່ ບໍ່ວ່າຈະເປັນກົນໄກການສ້າງສັນຕິພາບທີ່ຖາວອນ ແລະ ໝັ້ນຄົງໃນແຫລມເກົາຫຼີ ການຄຳນຶງເຖິງຂະບວນການປົດອາວຸດນິວເຄຣຍທີ່ແຫຼມເກົາຫຼີ ແລະ ອີກຫຼາກຫຼາຍຫົວຂໍ້ທີ່ທັງສອງຝ່າຍມີຄວາມກັງວົນຮ່ວມກັນ.

https://www.facebook.com/cnn/videos/10158435708006509/

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...