Homeຂ່າວຕ່າງປະເທດນາທີ!ທີ່ມັກມາຄິລາເວ ແຫ່ງລັດຮາວາຍ ກືນກິນທະເລສາບກີນເລກ໌ (Green Lake)ຈົນເຫືອດແຫ້ງພາຍໃນເວາບໍ່ຮອດຊົ່ວໂມງ (ມິວິດີໂອ)

ນາທີ!ທີ່ມັກມາຄິລາເວ ແຫ່ງລັດຮາວາຍ ກືນກິນທະເລສາບກີນເລກ໌ (Green Lake)ຈົນເຫືອດແຫ້ງພາຍໃນເວາບໍ່ຮອດຊົ່ວໂມງ (ມິວິດີໂອ)

Published on

ເມື່ອວັນທີ 9 ມິຖຸນາ 2018 ສຳນັກຂ່າວ CNN ໃຫ້ຄວາມໃກ້ຊິດຕິດຕາມສະຖານະການພູເຂົາໄຟ ຄິລາເວ ລັດຮາວາຍ, ປະເທດສະຫະລັດອາເມລິກາ ຫລັງຈາກທີ່ພູເຂົາໄຟໄດ້ພົ່ນມັກມາອອກມາ ຕັ້ງແຕ່ເດືອນ ພຶດສະພາ. ທາດມັກມາ ຈາກພູເຂົາໄຟ ຄິລາເວ ໄດ້ໄຫລມາຮອດທະເລສາບກີນເລກ໌ (Green Lake) ຊື່ງເປັນທະເລສາບນໍ້າຈືດເທີງເກາະໃຫຍ່ຂອງລັດຮາວາຍ ແລະ ເປັນທະເລສາບນໍ້າຈືດທີ່ມີຂະຫນາດໃຫຍ່ທີ່ສຸດຂອງຫມູ່ເກາະຮາວາຍ ກໍ່ໃຫ້ເກີດການປ່ຽນແປງທາງທຳມະຊາດຢ່າງຫນ້າຕົກໃຈ ເມື່ອທາດມັກມາໄດ້ໄຫລເຄື່ອນລົງເຂົ້າຍຶດຄຸມທະເລສາບຈົນເຮັດໃຫ້ມວນນໍ້າໃນທະເລສາບລະເຫີຍກາຍເປັນອາຍ ແລະ ເຮັດໃຫ້ທະເລສາບເຫືອດແຫ້ງຈົນຫມົດພາຍໃນເວລາບໍ່ຮອດຊົ່ວໂມງ.

ສຳນັກງານດັບເພີງແຫ່ງລັດຮາວາຍ ໄດ້ຢືນຢັນກັບສຳນັກງານສຳຫລວດທໍລະນີວິທະຍາສາດສະຫະລັດ (USGS) ວ່າປະກົດການທາດມັກມາໄຫລລົງທະເລສາບກີນເລກ໌ (Green Lake) ເກີດຂື້ນເມື່ອເວລາ 10 ໂມງເຊົ້າ ແລະ ສີ້ນສຸດລົງເມື່ອເວລາ 15 ໂມງ, ມັກມາໄຫລລົງປົກຄຸມທົ່ວທະເລສາບ ແລະ ປັດຈຸບັນແມ່ນບໍ່ມີນໍ້າເຫລືອຢູ່ໃນທະເລອີກຕໍ່ໄປ.

CNN ລາຍງານນໍາວ່າ ທະເລສາບກີນເລກ໌ ເທີງເກາະໃຫຍ່ຂອງລັດຮາວາຍແຫ່ງນີ້ ເຄີຍເປັນທະເລສາບທີ່ຜູ້ຄົນນິຍົມມາລອຍນໍ້າ ໂດຍຈຸດເລິກສຸດຂອງທະເລສາບແມ່ນສາມາດວັດແທກໄດ້ປະມານ 200ຟຸດ ຫລື ປະມານ 60,96 ແມັດ.

 

 

 

 

 

ແຫລ່ງຂ່າວຕ່າງປະເທດ: TRN

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...