ເຈົ້າສາວແວມພາຍ…ຕອນທີ 8 ຍິນດີທີ່ໄດ້ຮູ້ຈັກ

ຕອນທີ 8 ຍິນດີທີ່ໄດ້ຮູ້ຈັກ

ທີ່ເຮືອນຂອງວິນລ້ຽມ

ເຂົາວາງຍິງສາວໃນອ້ອມກອດລົງໂຊຟາຢ່າງເບົາມື ກ່ອນທີ່ຕົວເຂົາຈະຍ່າງເຂົ້າໄປນອນໃນໂລງໄມ້ສີດຳເງົາເຊິ່ງຢູ່ອີກຫ້ອງ ວິນລ້ຽມກຶ່ງຫຼັບກຶ່ງຕື່ນ ນອນພິກຕົວໄປມາຢູ່ໃນໂລງຈົນໃນທີ່ສຸດເຂົາກໍ່ຕັດສິນໃຈມານັ່ງເຝົ້ານາງ

“ຢ່າ…ຢ່າ…ຊ່ວຍແນ່…ອາຣິຊ່າຊ່ວຍເມຢ້າແນ່…ອາຣິຊ່າຢ່າໄປຈາກເມຢ້າ ຊ່ວຍເມຢ້າກ່ອນ…ອາຣິຊ່າ…” ນາງລະເມີໃນຂະນະທີ່ຕານາງຍັງຫຼັບຢູ່ມີພຽງສຽງ ແລະ ນ້ຳຕາເທົ່ານັ້ນທີ່ໄຫລອອກມາ

ວິນລ້ຽມສະດຸ້ງຕື່ນທັນທີເມື່ອໄດ້ຍິນສຽງນາງ “ນາງເປັນຫຍັງກັບຜູ້ຍິງຂອງຜູ້ນຳ…” ຊື່ທີ່ຍິງສາວເອີ່ຍຂຶ້ນມັນໄດ້ເຮັດໃຫ້ວິນລ້ຽມເກີດຄວາມສົງໃສ ເຂົາຈ້ອງເບິ່ງໃບໜ້າຂອງງາມງອນດ້ວຍແວວຕາທີ່ອົບອຸ່ນຢ່າງທີ່ເຂົາບໍ່ເຄີຍຈ້ອງມອງຍິງນາງໃດແບບນີ້ມາກ່ອນ

ເມຢ້າ ນາງບໍ່ຮູ້ວ່ານາງຫຼັບໄປດົນພຽງໃດ ແຕ່ພໍຕື່ນຂຶ້ນມານາງ ແລະ ເຫັນວິນລ້ຽມທີ່ນອນຢູ່ໂຊຟາໃກ້ໆ ນາງກໍ່ຕົກໃຈຂວັນພະຫວາອີກຄັ້ງ ນາງຈັບໝອນໂຊຟາສີເທົາອ່ອນຂະໜາດບໍ່ໃຫຍ່ເທົ່າໃດດຶກໃສ່ວິນລ້ຽມລົວໆ

“ອອກໄປ…ຄົນຊ່ົວ…ອອກໄປ” ນາງກ່າວດ້ວຍນ້ຳສຽງສັ່ນໆ ເພາະຄວາມຢ້ານມັນສະທ້ານແສກເຂົ້າເຖິງສ່ວນປະສາດ

ນາງເຂົ້າໃຈຜິດຄິດວ່າຊາຍໜຸ່ມທີ່ຢູ່ຕໍ່ໜ້າເປັນຄົນທີ່ທຳຮ້າຍນາງ ດວງຕາທີ່ເອີ່ລົ້ນໄປດ້ວຍນ້ຳຕາກວດແນມໄປຮອບໆບໍລິເວນ ກ່ອນທີ່ສາຍຕາຂອງນາງຈະມາຢຸດທີ່ ຊາຍໜຸ່ມທີ່ກຳລັງນັ່ງຈ້ອງເບິ່ງດ້ວຍສາຍຕາເຢັນຊາທີ່ຄາດເດົາອາລົມໄດ້ຍາກ

“ຂ້ອຍບໍ່ແມ່ນຊາຍຜູ້ນັ້ນ” ຊາຍໜຸ່ມເວົ້າກັບນາງດ້ວຍນ້ຳສຽງລຽບນິ້ງ

“ແລ້ວເຈົ້າແມ່ນໃຜ” ຍິງສາວຖາມກັບເພາະນາງບໍ່ໄວ້ໃຈ

“ຂ້ອຍຄືຄົນທີ່ຊ່ວຍເຈົ້າເມື່ອຄືນນີ້” ຊາຍໜຸ່ມກ່າວຢ່າງສີໜ້າລຽບນິ້ງ

“ຊ່ວຍ” ນາງກ່າວໃນອາການມຶນງົງ

ຍິງສາວນິ້ງງຽບແລະຄິດທົບທວນກັບໄປເຫດການ ໃນຄວາມຊົງຈຳຂອງນາງ ກ່ອນທີ່ນາງຈະຖືກລ່ວງລະເມີດທາງເພດຢູ່ໆຊາຍຜູ້ກະຫາຍຫື່ນກຣາມກໍ່ລອຍຕົວອອກໄປຈາກຮ່າງນາງ ແລະ ກ່ອນທີ່ນາງໝົດສະຕິນາງເຫັນພາບຂອງສອງຊາຍໜຸ່ມຕໍ່ສູ້ກັນ ແຕ່ຕອນນັ້ນມັນມືດນາງເລີຍບໍ່ເຫັນພາບທີ່ຊັດເຈນ ໄດ້ຍິນແຕ່ສຽງຄົນສູ້ກັນຢູ່ຮອບໆກາຍນາງ ດັ່ງນັ້ນ ທີ່ຊາຍຜູ້ນີ້ບອກວ່າຊ່ວຍນາງຄົງມີມູນຄວາມຈິງ

“ເຮີ້…!ໂລ່ງອົກ” ຍິງສາວຖອນຫາຍໃຈເຫືອກໃຫຍ່ກ່ອນກ່າວພຶມພຳໃນລຳຄໍ

“ຂອບໃຈເດີ້”

“ເລື່ອງ…!”

“ເລື່ອງມື້ຄືນທີ່ເຈົ້າຊ່ວຍຂ້ອຍ…ຖ້າບໍ່ໄດ້ເຈົ້າຂ້ອຍຄົງ…” ຍິງສາວກ່າວດ້ວຍທ່າທາງເຂີນອາຍ

ຊາຍໜຸ່ມຈ້ອງເບິ່ງໜ້າງາມງອນທີ່ຕອນນີ້ມັນຂຶ້ນສີແດງອ່ອນໆໄປທົ່ວໃບໜ້າ ແລ້ວເຂົາກໍ່ຍົກຍິ້ມດ້ວຍຄວາມພໍໃຈ

“ໄປອາບນ້ຳ ແລະ ປ່ຽນເສື້ອຜ້າສະ”

ຄຳເວົ້າຂອງຊາຍໜຸ່ມເຮັດໃຫ້ນາງຄິດຂຶ້ນມາໄດ້ ນາງກົ້ມເບິ່ງຕົວເອງຕອນນີ້ມີພຽງເສື້ອຄຸມຜ້າກຳມະຍີ່ສີດຳຕົວດຽວທີ່ປົກຄຸມຮ່າງກາຍຂອງນາງໄວ້

“ວ້າຍ…! ເຈົ້າຫັນໜ້າໄປດຽວນີ້…ບອກໃຫ້ຫັນໄປຕອນນີ້ຂ້ອຍກຳລັງໂປ້” ນາງເປີດຕາກວ້າງແລ້ວໃຊ້ມືບາງຂອງນາງດຶງເສື້ອຄຸມເຂົ້າກັບຕົວນາງເພື່ອໃຫ້ມັນປົກປິດຮ່າງກາຍນາງຫຼາຍຂຶ້ນກວ່າເກົ່າ

“ບໍ່ທັນແລ້ວ..” ຊາຍໜຸ່ມເວົ້າຂຶ້ນພ້ອມຍົກຍິ້ມໃຫ້ຢ່າງບໍ່ໜ້າໄວ້ໃຈ

ຄຳເວົ້າຂອງຊາຍໜຸ່ມເຮັດໃຫ້ຍິງສາວໃນຕອນນີ້ໜ້າຈືດປານໄກ່ຕົ້ມເຫື່ອອອກຖ້ວມຕົວ ນາງຮູ້ສຶກວາງຕົວຢ່າງຍາກລຳປາກບໍ່ຮູ້ວ່າຈະລຸກ ຫຼື ຈະນັ່ງຢູ່ນີ້ຕໍ່ດີ ແລ້ວນາງຈະໄປທາງໃດ ຈະຫາເສື້ອຜ້າຢູ່ໃສໃສ່ ແລ້ວ….ມີຄຳຖາມຕ່າງໆນາໆແລ່ນເຂົ້າມາໃນຫົວຂອງນາງເຕັມໄປໝົດ

“ເສື້ອຜ້າ ແລະ ຫ້ງອາບຢູ່ຫ້ອງນັ້ນ ເຈົ້າຟ້າວເຂົ້າໄປ” ຊາຍໜຸ່ມເວົ້າຂຶ້້ນພ້ອມຊີ້ມືບອກທາງນາງ

ຫຼັງຈົບຄຳເວົ້າຂອງຊາຍໜຸ່ມນາງກໍ່ຟ້າວລຸກອອກຈາກໂຊຟາແລ້ວແລ່ນມຸ່ງໜ້າໄປທີ່ຫ້ອງນັ້ນທັນທີ

“ປັ໊ງ…!!!” ສຽງປະຕູຫ້ອງຖືກປິດຢ່າງແຮງ

ຍິງສາວໃນຫ້ອງນ້ຳໜ້າກະຈົກບານໃຫຍ່ນາງຢືນສຳຫຼວດຮ່າງ ນອກຈາກຮອຍຊ້ຳບາງຈຸດແລ້ວ ຊ່ອງທາງຮັກຍັງສະພາບເດີມ ສະແດງວ່າເມືອຄືນນີ້ໜານຜັກຊີຂອງນາງຍັງບໍ່ທັນໄດ້ມີໃຜມາກໍ່ກວນ ຫຼັງຈາກອາບນ້ຳແລ້ວນາງຍ່າງມາເປີດຕູ້ເສື້ອຜ້າ ປະກົດວ່າມີແຕ່ຊຸດຜູ້ຊາຍເຕັມຕູ້ ສ່ວນຫຼາຍຈະເປັນຊຸດສີມືດຄິ້ມປະເພດສີດຳ

“ຣົດນິຍົມໝໍນີ້ອຶ້ມຄຶ້ມແທ້ໆເລີຍ” ນາງຈົ່ມໄປພ້ອມພີ່ເບິ່ງເສື້ອໃນຕູ້

ຄົ້ນຫາເສື້ອຜ້າຢູ່ດົນແຕ່ບໍ່ມີຊຸດທີ່ນາງຈະໃສ່ໄດ້ ເພາະໃນຕູ້ເສື້ອຜ້າມີແຕ່ຊຸດໃຫຍ່ໆ ນາງເປັນຍິງສາວຮ່າງບາງຈະໃສ່ເຂົ້າໄປໄດ້ແນວໃດ

“ເຈົ້າພໍມີຊຸດຜູ້ຍິງໃຫ້ຂ້ອຍໃສ່ຫຼືບໍ່” ຍິງສາວຮ້ອງຖາມຊາຍໜຸ່ມທີ່ຢູ່ທາງນອກ

“………”ມີພຽງຄວາມງຽບຕອບນາງກັບໄປ

“ໃສ່ໆໄປເຖາະເມຢ້າ! ຢ່າຫຼາຍເລື່ອງ” ນາງບອກຕົວເອງພ້ອມຈັບຊຸດໃນຕູ້ອອກມານຸ່ງຢ່າງຈຳໃຈ ເປັນໂສ້ງເສື້ອສີດຳຜ້າເຫຼືອມເຢັນສະບາຍ ນີ້ມັນຄົງເປັນຊຸດນອນຂອງເຂົາ

ເມື່ອແຕ່ງຕົວແລ້ວນາງອອກມາຈາກຫ້ອງກໍ່ພົບກັບຄວາມວ່າງເປົ່າ ຊາຍຜູ້ນັ້ນຫາຍຕົວໄປທາງໃດ ເມື່ອບໍ່ເຫັນໃຜນາງເລີຍຖືວິສາສະຍ່າງຊົມເຮືອນຂອງຊາຍໜຸ່ມໂດຍທີ່ເຂົາບໍ່ໄດ້ອະນຸຍາດ ເປັນເຮືອນໄມ້ສະໄຕຣວິນເທຣນ ຕົບແຕ່ງແບບລຽບງ່າຍ ຂອງໃຊ້ກໍ່ບ້ານໆບໍ່ມີຫຍັງຫຼາຍ ເຮືອນອອກຈະຫຼັງໃຫຍ່ ແຕ່ບໍ່ມີໂທລະທັດ, ບໍ່ມີຕູ້ເຢັນ, ບໍ່ມີຕູ້ຊັກຜ້າ, ບໍ່ມີເຕົາອົບຂະໜົມປັງ ເຖິງຈະມີຫ້ອງຄົວ ແຕ່ບໍ່ມີເຄື່ອງຄົວເລີຍຈັກຢ່າງ ແຕ່ແປກທີ່ເຂົາມີໂຊຟາຫຼູລາຄາແພງ, ມີເປ້ຍໂນໃຫຍ່ຄົງຈະແພງບໍ່ໜ້ອຍ ແລະ ຍັງມີວາຍຊັ້ນດີໄວ້ດື່ມ

“ເຂົາຄົງເປັນເສດຖີໜຸ່ມໂສດທີ່ຮັກການຢູ່ແບບສັນໂດດ…! ແລະ ຄົງໄປກິນເຂົ້ານອກບ້ານທຸກວັນ ເພາະເບິ່ງຈາກເຮືອນຄົວທີ່ໂລ່ງໂຈ້ງບໍ່ມີເຄື່ອງຄົວເລີຍຈັກຊິ້ນ…! ເສື້ອຜ້າກໍ່ຄົງໄປຈ້າງຄົນຊັກທຸກອາທິດ…ເຫິ…!ເຊື່ອເລີຍຜູ້ຊາຍຄົນນີ້” ນາງຢືນກອດເອິກແລ້ວຈົ່ມພຶມພຳອອກມາ

“ເຮັດຫຍັງ”

ຍິງສາວຕົກໃຈຫັນກັບມາເບິ່ງທີ່ຕົ້ນສຽງ

“ນີ້ເສື້ອຜ້າເອົາໄປໃສ່ສະ” ຊາຍໜຸ່ມຍື່ນເສື້ອຜ້າໃຫ້ຍິງສາວດ້ວຍແວວຕາແປກໆ ເພາະຕອນນີ້ນາງໃສ່ຊຸດນອນຂອງເຂົາຢູ່

ຍິງສາວຈັບເອົາເສື້ອຜ້າຈາກມືຊາຍໜຸ່ມແບບອ້ຳອຶ້ງ ກ່ອນທີ່ນາງຈະກັບເຂົ້າໄປໃນຫ້ອງນັ້ນແລ້ວກັບອອກມາດ້ວຍຊຸດໃໝ່ທີ່ເຂົາສົ່ງໃຫ້ ຍິງສາວອອກມາພ້ອມກັບຊຸດແຂນຍາວກະໂປ່ງສູງກາຍເຂົ່າເລັກນ້ອຍ ສີແດງຈັດ ແຕ່ເມື່ອໄປຢູ່ໃນຮ່າງນາງມັນຊ່າງເບິ່ງດູດີ

ຊາຍໜຸ່ມຍັງຈ້ອງເບິ່ງຍິງສາວຢ່າງໃບໜ້າລຽບນິ້ງປິດບັງສ່ວນໃນທີ່ຮ້ອນຮົນດັ່ງໄຟສຸມ ນີ້ເຂົາຄົງສົນໃຈນາງເຂົ້າແລ້ວ

ຍິງສາວຍ່າງກັບມານັ່ງທີ່ໂຊຟາຕົວທີ່ເຂົານອນເມື່ອຄືນ

“ກິນສະ! ກິນອິ່ມແລ້ວຈະໄດ້ໄປສົ່ງ” ເຂົາບອກໃຫ້ນາງກິນຂະໜົມປັງ ແລະ ນົມ

“ຂອບໃຈເດີ້” ຍິງສາວຍິ້ມໃຫ້ເຂົາຢ່າງຈິງໃຈ

ເມື່ອກິ່ນອີ່ມແລ້ວ ນາງຄິດໄດ້ວ່ານາງຍັງບໍ່ທັນໄດ້ແນະນຳຕົວກັບເຂົາ ນາງຈິ່ງລົນລານຂຶ້ນ

“ຂ້ອຍມີຊື່ວ່າ ເມຢ້າ ຍິນດີທີ່ໄດ້ຮູ້ຈັກ ແລະ ຕ້ອງຂໍໂທດທີ່ຂ້ອຍແນະນຳຕົວເອງຊ້າ” ທ່າທາງນາງເຂີນອາຍເລັກນ້ອຍໃນເວລາແນະນຳຕົວ

“ແລ້ວເຈົ້າຊື່…”

“ວິນລ້ຽມ” ຊາຍໜຸ່ມຕອບຂຶ້ນກ່ອນທີ່ນາງຈະຖາມຈົບ

“…………”ແລ້ວຄວາມງຽບກໍ່ກັບເຂົ້າມາຄອບງຳທັງສອງບໍ່ມີບົດສົນທະນາກັນຕໍ່ “ເຂົາແຕ່ງງານແລ້ວບໍ້! ເຂົາອາໃສຢູ່ກັບໃຜ…! ເຂົາເຮັດວຽກຫຍັງ…! ເຂົາຫຼໍ່ໂຄດ…! ສົນໃຈເປັນແຟນກັບຂ້ອຍບໍ່…ຂອບໃຈເດີ້ທີ່ຊ່ວຍ…ແລະ…..”ຍິງສາວມີຄຳຖາມຫຼາຍຢ່າງທີ່ແລ່ນໃນສະໝອງ ແຕ່ນາງບໍ່ກ້າຖາມ

ຄວາມຄິດຂອງນາງຊາຍໜຸ່ມໄດ້ຍິນທັງໝົດ ແຕ່ເຂົາກໍ່ເອົາແຕ່ນິ້ງ ລໍຈົນກວ່າຈະຮອດເວລາຕະເວັນຕົກດິນຂອງດິນແດນມະນຸດ ຜ່ານໄປດົນເຕີບ ວິນລ້ຽມແນ່ໃຈວ່າຕອນນີ້ມັນຄ່ຳແລ້ວ ສົມຄວນທີ່ເຂົາຈະພານາງກັບໄປສົ່ງ

ວິນລ້ຽມພານາງໄປສົ່ງຮອດເຮືອນຂອງນາງ

“ຂອບໃຈທີ່ມາສົ່ງ…! ຂອບໃຈທີ່ຊ່ວຍ…ຫວັງວ່າໂອກາດໜ້າຂ້ອຍຈະໄດ້ພົບກັບເຈົ້າອີກຄັ້ງ”

“ຢ່າອອກຈາກເຮືອນໃນຍາມມືດຄ່ຳມັນອັນຕະລາຍ” ຊາຍໜຸ່ມເອີ່ຍບອກນາງເຖິງຈະເປັນນ້ຳສຽງເສີຍຊາ ແຕ່ມັນແຝງໄປດ້ວຍຄວາມເປັນຫ່ວງ

“ນີ້ເຈົ້າເປັນຫ່ວງຂ້ອຍຫວານິ” ຍິງສາວອົມຍິ້ມຢ່າງດີໃຈ

ຢູ່ດີໆຊາຍໜຸ່ມກໍ່ໂນມໜ້າລົງໄປຈູບຍິງສາວເບົາໆ ກ່ອນທີ່ເຂົາຈະຫາຍຈາກນາງໄປ

“ແລ້ວເຮົາມາຢືນຢູ່ຫຍັງບ່ອນນິ..! ແລ້ວຊຸດນີ້…ໂອ້ມາຍກັອດຂ້ອຍໃສ່ມັນລົງໄປໄດ້ແນວໃດ…” ຍິງສາວຈົ່ມພຶມພຳໃຫ້ຕົວເອງກ່ອນຍ່າງໄປໄຂປະຕູເຂົ້າເຮືອນຂອງນາງ

ຊາຍໜຸ່ມນັ່ງຢູ່ເທິງກິ່ງໄມ້ຈ້ອງເບິ່ງນາງຈົນນາງຍ່າງເຂົ້າເຮືອນໄປຢ່າງປອດໄພ ເຂົາໄດ້ຈູບລົບຄວາມຊົງຈຳຂອງນາງກ່ຽວກັບເລື່ອງທີ່ເກີດຂຶ້ນທັງໝົດ ຕອນນີ້ນາງກັບເຂົາເປັນພຽງຄົນແປກໜ້າກັນເທົ່ານັ້ນ

1 COMMENT

Comments are closed.