Homeຂ່າວຕ່າງປະເທດຄົນຕ່າງຊາດທີ່ມີວີຊ່າຊົ່ວຄາວໃນສະຫະລັດ ກຳລັງຕົກເປັນເຫຍື່ອການຄ້າມະນຸດ

ຄົນຕ່າງຊາດທີ່ມີວີຊ່າຊົ່ວຄາວໃນສະຫະລັດ ກຳລັງຕົກເປັນເຫຍື່ອການຄ້າມະນຸດ

Published on

ອົງການນອກພາກລັດທີ່ຕໍ່ສູ້ກັບການຄ້າທາດ ແລະ ຄ້າມະນຸດ ໂພລາລິສ ເຜີຍວ່າ ຄົນຕ່າງຊາດທີ່ມີວີຊ່າເຮັດວຽກຊົ່ວຄາວໃນສະຫະລັດກຳລັງຕົກເປັນເຫຍື່ອການຄ້າມະນຸດ ເພາະນາຍຫນ້າເຮັດວຽກ ແລະ ນາຍຈ້າງສວຍໂອກາດໃຊ້ຜົນປະໂຫຍດຈາກຊ່ອງວ່າງໃນລະບົບອັນເກີດຈາກຫນ່ວຍງານລັດເຮັດວຽກສັບຊ້ອນ.

ໂພລາລິສ ຕັ້ງຢູ່ໃນເມືອງວໍຊິງຕັນລະບຸວ່າ ແຮງງານຕ່າງຊາດຊົ່ວຄາວມັກຖືກຜູກຂາດກັບນາຍຈ້າງພຽງແຕ່ຜູ້ດຽວ ຖ້າຫາກປ່ຽນວຽກ ຫລື ລາອອກກໍຈະຖືກເນລະເທດ ນີ້ແມ່ນເປີດຊ່ອງທາງໃຫ້ແກ່ຂະບວນການຄ້າມະນຸດສັບສວຍໂອກາດ. ປັດຈຸບັນບໍ່ສາມາດຊອກຫາຕົວເລກຄົນຕ່າງຊາດທີ່ເຂົ້າມາເຮັດວຽກໃນສະຫະລັດໄດ້ ເພາະຫລາຍໆກະຊວງແມ່ນມີສິດອອກວີຊ່າ ຈື່ງເຮັດໃຫ້ເກີດຄວາມສັບຊ້ອນ. ສະຖາບັນນະໂຍບາຍເສດຖະກິດເຄີຍປະເມີນໄວ້ໃນປີ 2012 ວ່າມີຢູ່ປະມານ 1,42 ລ້ານຄົນ ທີ່ເຂົ້າມາເຮັດວຽກຢູ່ໃນສະຫະລັດ.

ຊ່ວງປີ 2015-2017 ໄດ້ຮັບແຈ້ງຜ່ານສາຍດ່ວນການຄ້າມະນຸດແຫ່ງຊາດວ່າ ມີແຮງງານຊົ່ວຄາວຕົກເປັນເຫຍື່ອການຄ້າມະນຸດປະມານ 800 ຄົນ ເຊື່ອວ່າຕົວເລກດັ່ງກ່າວເປັນພຽງສ່ວນຫນື່ງຂອງຜູ້ຕົກເປັນເຫຍື່ອທັງຫມົດ ສ່ວນໃຫຍ່ເຮັດວຽກກ່ຽວກັບການກະເສດ ເຄີ່ງຫນື່ງແມ່ນຄົນແມັກຊິກໂກ ທີ່ເຫລືອສ່ວນໃຫຍ່ແມ່ນຄົນຟີລິບປິນ, ມັກຖືກຍຶດຄ່າຈ້າງໄປເປັນຄ່າທຳນຽມຂອງນາຍໜ້າ ຫລື ຄ່າເດີນທາງ. ຂະນະທີ່ອົງກອນແຮງງານລະຫວ່າງປະເທດ ILO ແລະ ຫນ່ວຍງານຊັ້ນນຳຄາດວ່າທົ່ວໂລກມີຄົນຕົກເປັນເຫຍື່ອຂະບວນການຄ້າແຮງງານ ຫລື ຂະບວນການຄ້າປະເວນີ ຫລາຍເຖີງ 25ລ້ານຄົນ.

ໂພລາລິສ ສະເຫນີໃຫ້ແກ້ໄຂລະບຽບການອອກວີຊ່າໃຫ້ຄົນຕ່າງຊາດທີ່ເຮັດວຽກຊົ່ວຄາວສາມາດປ່ຽນວຽກເຮັດໄດ້ ຫ້າມການເກັບຄ່າທຳນຽມຊອກວຽກ ເພີ່ມຂະບວນການກວດຫານາຍຫນ້າຫາວຽກ ແລະ ນາຍຈ້າງ ໃຫ້ໂອກາດຄົນຕ່າງຊາດຊອກວຽກ ແລະ ປ່ຽນນາຍຈ້າງໄດ້ຫລາຍຂື້ນ.

 

 

 

ສຳນັກຂ່າວຕ່າງປະເທດ TDN

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...