spot_img
Homeຂ່າວການສຶກສາການປອມແປງໃບປະກາດຍັງມີແຜ່ຫລາຍ ກະຊວງສຶກສາຮຽກຮ້ອງທຸກພາກສ່ວນກວດກາຊ່ວຍກັນ!

ການປອມແປງໃບປະກາດຍັງມີແຜ່ຫລາຍ ກະຊວງສຶກສາຮຽກຮ້ອງທຸກພາກສ່ວນກວດກາຊ່ວຍກັນ!

Published on

 

ທ່ານຫົວໜ້າກົມ​ກວດກາ ກະຊວງ​ສຶກສາ​ທິການ ​ແລະ ກິລາ ນາງ ຂັນ​ທະ​ລີ ສີຣິພົງພັນ ​ໃຫ້ຮູ້ວ່າ: ໃນຜ່ານມາການປອມ

ແປງໃບ​ປະກາສະ​ນິຍະ​ບັດຈົບຊັ້ນມັດທະຍົມປາຍ ​ແມ່ນ​ມີ​ລັກສະນະ​​ແຜ່​ຫລາຍ, ເຊິ່ງ​ເກີດ​ຂຶ້ນ​ຍ້ອນ​ແນວ​ຄິດ​ສວຍ​ໂອ

ກາດ,​ ເຫັນ​ແກ່​ຕົວ ແລະ ບໍ່​ເກງກົວຕໍ່​ລະບຽບກົດໝາຍ, ຈາກສະພາບດັ່ງກ່າວ​ ກະຊວງ​ສຶກສາ​ທິການ ແລະ ກິລາ​ໄດ້​ຕັ້ງ

ໜ່ວຍສະເພາະກິດ ເພື່ອ​ດຳ​ເນີນ​ການ​ກວດກາ ​ນັບແຕ່​ປີ 2011-2013 ຢູ່​ມະຫາວິທະຍາ​ໄລ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ

​ໃນ​ນະຄອນຫລວງ​ວຽງ​ຈັນ ​ຈຳນວນ 10 ​ແຫ່ງ,​ ໄດ້​ກວດກາ​ທັງ​ໝົດ 1.700 ກວ່າ​ໃບ​ ໃນນັ້ນພົບ​ເຫັນປະກາສະ​ນິຍະ​ບັດ​

ປອມ​ເຖິງ 176 ​ໃບ ແລະ ສ່ວນ​ຫລາຍ​​ພົບ​ຢູ່​ວິທະຍາ​ໄລ​ເອກະ​ຊົນ ພ້ອມທັງ​ດຳ​ເນີນ​ມາດ​ຕະການ​​ເຂັ້ມ​ງວດ ​ຕໍ່​ຜູ້​ລະ​ເມີດ

​ໂດຍ​​ໄດ້​ສັ່ງ​ໂຈະ​ການ​ຮຽນ ​ແລະ ອອກ​ຄຳ​ສັ່ງ​ລຶບລ້າງ​ປະກາສະ​ນີຍະ​ບັດ​ດັ່ງກ່າວ.

 

ສຳລັບຜູ້​ທີ່​ສຳ​ເລັດ​ການ​ສຶກສາ​ໄປ​ແລ້ວ ​ແມ່ນ​ໃຫ້​ປະຕິບັດ​ຕາມ​ຄຳ​ແນະ​ນຳ​ຂອງ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​

ວ່າການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ​ ​ໂດຍ​ໃຫ້​ບັນ​ດາ​ກະຊວງ, ອົງການ​ທຽບ​ເທົ່າ, ແຂວງ, ນະຄອນຫລວງ, ອົງການ

​ຈັດ​ຕັ້ງ​ຕ່າງໆ ​ແລະ ສະ​ຖາ​ບັນ​ການ​ສຶກສາ​ທັງ​ພາກ​ລັດ ​ແລະ​ ​​ເອກະ​ຊົນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ ກວດກາ​ຄືນ​​ຫລັງ​ພະນັກ

ງານ​ທີ່​ເຂົ້າ​ສັງກັດ​ອົງການ​ຂອງ​ຕົນ​ນັບ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ, ຖ້າ​ຫາກ​ມີ​ກໍລະນີ​ສົງ​ໃສ​ໃຫ້​ພົວພັນ​ກົມ​ກວດກາ, ກົມ​

ວິຊາ​ການ​ທີ່​ກ່ຽວຂ້ອງ ​ຂອງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ, ໂຮງຮຽນ ຫລື ສະ​ຖາ​ບັນ​ການ​ສຶກສາ​ຕົ້ນສັງກັດ​ຂອງ​ຜູ້

ກ່ຽວ​, ​ໃນ​ກໍລະນີ​ກວດ​ພົບ​ບຸກຄົນ​ທີ່​ໄດ້​ປອມ​ແປງ​ເອກະສານ​ຢັ້ງຢືນ​ການ​ສຶກສາ, ປະກາສະ​ນີຍະ​ບັດ ​ແລະ ວຸດ​ທິການ​ສຶກ

ສາ ​ແມ່ນ​ໃຫ້​ແຈ້ງ​ເປັນ​ທາງ​ການ (​ເປັນ​ລາຍ​ລັກ​ອັກສອນ) ມາ​ຍັງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ເພື່ອ​ຈະ​ໄດ້​ປະກາດ

​ລຶບ​ລ້າງ​ເອກະສານ​ດັ່ງກ່າວ, ພ້ອມ​ທັງ​​ປະຕິບັດ​ວິ​ໄນ​ຕາມ​ລະບຽບ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ.

 

ສຳລັບ​ຜູ້​ທີ່​ເປັນ​ລັດຖະກອນທີ່​ຖື​ປະກາສະ​ນິຍະ​ບັດ​ປອມ ທາງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ແລະ ມະຫາ​ວິທະຍາ​ໄລ​

ໄດ້​ປະກາດ​ລຶບ​ລ້າງ​ເອກະສານ​ດັ່ງກ່າວ ​ແລະ ​ສະ​ເໜີ​ໃຫ້​ເຈົ້າ​ໜ້າ​ທີ່ ​ແລະ ອົງການ​ຈັດ​ຕັ້ງທີ່​ຜູ້ກ່ຽວ​ສັງກັດ​ຢູ່​ ປະຕິບັດ​ວິ​ໄນ

ຕໍ່​ຜູ້ກ່ຽວ​ຕາມ​ລະບຽບ​ກົດໝາຍ.

 

ໃນໄລ​ຍະ​ຜ່ານ​ມາ ​ທົ່ວ​ຂະ​ແໜງ​ການ​ສຶກສາ ​ແລະ ກິລາ​ໄດ້​ຕັ້ງໜ້າ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ປາກົດ​ການ​ຫຍໍ້​ທໍ້​ໃນ​ການ

​ປອມ​ແປງ​ເອກະສານ​ຢັ້ງຢືນ​ການ​ຮຽນ, ປະກາສະ​ນິຍະ​ບັດ ​ແລະ ວຸດ​ທິກ​ານສຶກສາ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ​ແຕ່​ສະ

ພາບ​ຫຍໍ້​ທໍ້​ດັ່ງກ່າວ​ຍັງ​ສືບ​ຕໍ່​ແຜ່​ລາມ​ໃນ​ຂອບ​ເຂ​ດທົ່ວ​ປະ​ເທດ ​ແລະ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ເຊິ່ງ​ເປັນ​ການລະ​ເມີດ​ລະບຽບ

ກົດໝາຍ, ທັງ​ສົ່ງຜົນ​ກະທົບ​ເຖິງ​ຄຸນນະ​ພາບ​ຂອງ​ການ​ສຶກສາ, ການ​ພັດທະນາ​ຊັບ ພະຍາກອນ​ມະນຸດ ​ແລະ ເສດຖະກິດ​

ຂອງ​ຊາດ​ໃນປະຈຸບັນ ກໍ​ຄື​ອະນາ​ຄົດນຳອີກ.

 

ແຫູ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...