Homeຂ່າວຕ່າງປະເທດລັດຖະມົນຕີກະຊວງການຕ່າງປະເທດສິງກະໂປຢຽມຢາມເກົາຫຼີເໜືອ

ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປຢຽມຢາມເກົາຫຼີເໜືອ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດ ສິງກະໂປ ເມື່ອວັນທີ 7 ມິຖຸນາ 2018 ວ່າກະຊວງການຕ່າງປະເທດສິງກະໂປອອກຖະແຫຼງການເມື່ອວັນພຸດວ່າ ທ່ານ ວິວຽນ ບາລາກຣິຊນັນ ລັດຖະມົນຕີກະຊວງການຕ່າງປະເທດ ຈະເດີນທາງໄປຢຽມຢາມນະຄອນປຽງຢາງລະຫວ່າງວັນທີ 7-8 ມິຖຸນາ 2018ນີ້ ຢ່າງໃດກໍ່ຕາມ ລັດຖະບານສິງກະໂປບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບພາລະກິດຂອງທ່ານ ບາລາກຣິຊນັນໃນຄັ້ງນີ້ ໂດຍລະບຸພຽງວ່າ ຈະມີການເຂົ້າພົບທ່ານ ຄິມຍອງນັມ ປະທານສະພາປະຊາຊົນສູງສຸດຂອງເກົາຫຼີເໜືອພ້ອມ ແລະ ກ່ອນການເດີນທາງໄປນະຄອນປຽງຢາງ ທ່ານ ບາລາກຣິຊນັນ ໄດ້ມີການພົບປະຫາລືກັບ ທ່ານ ໄມເຄິລ ປອມເປໂອ ລັດຖະ ມົນຕີກະຊວງການຕ່າງປະເທດສະຫະລັດ ທີ່ນະຄອນວໍຊິງຕັນ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...