Homeຂ່າວພາຍ​ໃນເວົ້າແບບນີ້ຜິດບໍ?

ເວົ້າແບບນີ້ຜິດບໍ?

Published on

ຜູ້ອ່ານຫຼາຍທ່ານຄົງຈະໄດ້ເຫັນກັນທົ່ວໜ້າແລ້ວ ກ່ຽວກັບກໍລະນີທີ່ມີຜູ້ໃຊ້ເຟສບຸກຜູ້ໜຶ່ງ ໄດ້ເຜີຍແພ່ຄລິບວິດີໂອ ທີ່ເລົ່າເຖິງເຫດການທີ່ໂຕເອງຖືກຕົວະຕົ້ມໃຫ້ເສຍເງິນ ໃນການຈ້າງໃຫ້ນ້ອງຊາຍເຂົ້າເຮັດວຽກນຳອົງການຈັດຕັ້ງລັດ ພ້ອມກັນນັ້ນກໍຍັງກ່າວວ່າ ເຫດການແບບນີ້ມີຢູ່ທົ່ວໄປໃນປະເທດລາວ ຄືຜູ້ທີ່ຈະໄດ້ເຂົ້າເຮັດວຽກສ່ວນຫຼາຍຕ້ອງມີເສັ້ນມີສາຍ ຫຼືບໍ່ກໍຕ້ອງໃຊ້ເງິນຈຳນວນຫຼາຍຊື້ຈ້າງເຂົ້າເຮັດວຽກ ເຊິ່ງເປັນຊ່ອງວ່າງໃຫ້ຜູ້ມີອຳນາດສວຍໂອກາດຫາກິນໃນລັກສະນະນີ້.

ໂດຍປົກກະຕິແລ້ວເຫດການຄ້າຍຄືທີ່ຖືກເຜີຍແພ່ແລະເປັນຂ່າວດັງໃນປັດຈຸບັນນີ້ແມ່ນມີຫາງສຽງທົ່ວໄປໃນສັງຄົມແທ້ ເຊິ່ງຜູ້ອ່ານເອງກໍເຄີຍໄດ້ຍິນ ຫຼືໄດ້ພົບພໍ້ເຫດການຊື້ຈ້າງເຂົ້າຮຽນ-ເຂົ້າເຮັດວຽກດ້ວຍໂຕເອງມາແລ້ວ.

ຖາມວ່າ ຖ້າມີຜູ້ໃດຜູ້ໜຶ່ງກ້າເອົາເລື່ອງຈິງທີ່ຕົນເອງບໍ່ໄດ້ຮັບຄວາມເປັນທຳນັ້ນມາເປີດເຜີຍຕໍ່ສາທາລະນະ ຈະຖືວ່່າເປັນການກະທຳທີ່ຜິດບໍ? ຄຳຕອບກໍຄືວ່າ ທຸກເລື່ອງລາວຖ້າຫາກເປັນຄວາມຈິງແລະກະທຳເພື່ອຮຽກຮ້ອງຄວາມເປັັນທຳແກ່ຕົນເອງແລ້ວ ກໍຖືວ່າຜູ້ກ່ຽວໄດ້ນຳໃຊ້ສິດຂັ້ນພື້ນຖານຂອງຕົນໃນການທວງຄວາມເປັນທຳໃຫ້ກັບຕົນເອງ ແລະຖືວ່າບໍ່ແມ່ນເລື່ອງທີ່ຜິດ. ແຕ່ຖ້າຫາກວ່າການກະທຳດັ່ງກ່າວນັ້ນ ເປັນເລື່ອງທີ່ເສກສັນປັ້ນແຕ່ງຂຶ້ນມາ ເພື່ອໃສ່ຮ້າຍປ້າຍສີໃຫ້ເກີດຄວາມເສຍຫາຍແກ່ຜູ້ອື່ນຫຼືອົງການຈັດຕັ້ງໃດໜຶ່ງ ກໍຖືວ່າຜູ້ກ່ຽວໄດ້ກະທຳຜິດ.

ແລ້ວຖາມຕໍ່ວ່າ ຖ້າຫາກການເປີດເຜີຍຄວາມຈິງແບບນັ້ນເປັນເລື່ອງທີ່ຖືກຕ້ອງ ຄືບໍ່ເຄີຍມີໃຜອອກມາເວົ້າຫຼືເຮັດແບບນັ້ນ?. ການທີ່ບໍ່ເຄີຍມີໃຜອອກມາເປີດເຜີຍ ກໍຍ້ອນວ່າສ່ວນຫຼາຍແມ່ນມີຄວາມຢ້ານກົວ ຍ້ອນບໍ່ຮູ້ກົດໝາຍ ຫຼື ຢ້ານບໍ່ມີໃຜດຳເນີນການຕໍ່ສູ້ຊ່ອຍ ໃນກໍລະນີຫາກຕ້ອງຕໍ່ສູ້ຕາມຂັ້ນຕອນຂອງກົດໝາຍ.

ເພື່ອຜູ້ທີ່ຍັງບໍ່ທັນໄດ້ເບິ່ງຄລິບທີ່ເປັນຂ່າວ ເຮົາໄດ້ເອົາລີ້ງວິດີໂອມາໃຫ້ເບິ່ງ ຄລິກລີ້ງຕໍ່ໄປນີ້: https://www.facebook.com/muay.littlepig.3/videos/171422340369287/?t=2

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...