Homeຂ່າວຕ່າງປະເທດຫວຽດນາມມີແຮ່ທາດຫາຍາກຫຼາຍເປັນອັນດັບ 3 ຂອງໂລກ

ຫວຽດນາມມີແຮ່ທາດຫາຍາກຫຼາຍເປັນອັນດັບ 3 ຂອງໂລກ

Published on

ສຳນັກຂ່າວຣອຍເຕີລາຍງານຈາກນະຄອນລວງ ຮ່າໂນ່ຍ ປະເທດຫວຽດນາມ ເມື່ອວັນທີ 4 ມິຖຸນາ 2018 ວ່າ ນາຍົກລັດຖະມົນຕີຂອງຫວຽດນາມໃຫ້ສຳພາດກ່ອນທີ່ຫວຽດນາມຈະເຂົ້າຮ່ວມກອງປະຊຸມສຸດຍອດ ຈີ-7 ທີ່ການາດາ ໃນລະຫວ່າງວັນທີ 8-9 ມິຖຸນາ ນີ້ວ່າ ຫວຽດນາມມີແຜນເພີ່ມການຜະລິດກະແສງໄຟຟ້າຈາກແຫຼ່ງໝູນວຽນຫຼາຍກວ່າ 3 ເທົ່າ ແລະ ພັກດັນການໃຊ້ພະລັງງານແສງອາທິດໃນເຮືອນເພີ່ມຂຶ້ນ 26% ພາຍໃນປີ 2030 ແລະ ເຂົາຫວັງວ່າ ຫວຽດນາມຈະສາມາດໃຊ້ປະໂຫຍດຈາກແຮ່ທາດຫາຍາກສຳຮອງຂອງປະເທດ ທີ່ມີຢູ່ປະມານ 20 ລ້ານຕັນ ຫຼາຍເປັນອັນດັບ 3 ຂອງໂລກໃນການສ້າງເທັກໂນໂລຢີພະລັງງານໃໝ່

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...