Homeນານາສາລະສິນຄ້າທີ່ໄດ້ຂາຍດີ ແລະ ທຸລະກິດທີ່ໄດ້ຮັບຄວາມນິຍົມທີ່ສຸດໃນລະດູຝົນ

ສິນຄ້າທີ່ໄດ້ຂາຍດີ ແລະ ທຸລະກິດທີ່ໄດ້ຮັບຄວາມນິຍົມທີ່ສຸດໃນລະດູຝົນ

Published on

ຊ່ວງຍາມຝົນແບບນີ້ພໍ່ຄ້າ-ແມ່ຄ້າຕ້ອງປວດຫົວໄປຕາມໆກັນ ດ້ວຍການຊື້-ຂາຍທີ່ແສນຍາກຍ້ອນຈຳນວນລູກຄ້າຫຼຸດໜ້ອຍລົງ ແຕ່ຖ້າໃຜຢາກໃຫ້ທຸລະກິດໃນຊ່ວງລະດູຝົນຢູ່ລອດເຮົາລອງມາປັບປ່ຽນສິນຄ້າໃຫ້ເຂົ້າກັບລະດູຝົນກັນແນ່ຈັກໜ່ອຍ ແລະ ຖ້າໃຜຢາກເລີ່ມເຮັດທຸລະກິດໃໝ່ໃນຍາມຝົນແອັດມິນຂໍນຳສະເໜີ ສິນຄ້າທີ່ໄດ້ຂາຍດີ ແລະ ທຸລະກິດບໍລິການທີ່ໄດ້ຮັບຄວາມນິຍົມທີ່ສຸດໃນລະດູຝົນມາຝາກ ເຊິ່ງຈະມີສິນຄ້າປະເພດໃດແນ່ນັ້ນເຮົາມາຮູ້ຈັກໄປພ້ອມກັນເລີຍ

ສິນຄ້າທີ່ໄດ້ຂາຍດີ ແລະ ທຸລະກິດທີ່ໄດ້ຮັບຄວາມນິຍົມທີ່ສຸດໃນລະດູຝົນ

  1. ເສື້ອກັນຝົນ
  2. ຄັນຮົ່ມ
  3. ຜ້າເຊັດຕີນ
  4. ເກີບໂບກ, ເກີບແຕະ, ເກີບແຟຊັ່ນ (ເນື້ອຢາງອ່ອນ)
  5. ເຄື່ອງສຳອາງກັນນ້ຳ
  6. ເຮັດທຸລະກິດເປີດຮ້ານຊັກແຫ້ງ
  7. ບໍລິການສົ່ງເຄື່ອງ-ສົ່ງຂອງກິນຮອດເຮືອນ
  8. ບໍລິການລ້າງລົດ

ຫາກໃຜຄິດຈະປ່ຽນອາຊີບ, ປັບກົນລະຍຸດທຸລະກິດ ຫຼື ຈະສ້າງທຸລະກິດໃນລະດູຝົນກໍ່ລອງພິຈາລະນາສິນຄ້າ ແລະ ງານບໍລິການທີ່ກ່າວມາຂ້າງເທິງນີ້ ມັນອາດຈະຊ່ວຍໃຫ້ທຸລະກິດຂອງທ່ານດີຂຶ້ນໄດ້.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...