Homeຂ່າວພາຍ​ໃນໂສມແດງສົ່ງມືຂວາຫາລືລັດຖະມົນຕີກະຊວງການຕ່າງປະເທດອາເມລິກາທີ່ນິວຢອກ

ໂສມແດງສົ່ງມືຂວາຫາລືລັດຖະມົນຕີກະຊວງການຕ່າງປະເທດອາເມລິກາທີ່ນິວຢອກ

Published on

ທ່ານ ຄິມ ຍອງຊອນ, ທີ່ປຶກສາຜູ້ໃກ້ຊິດກັບທ່ານ ຄິມ ຈອງອຶນ, ຄວບຕໍາແໜ່ງປະທານຄະນະກຳມະການກາງ ພັກແຮງງານເກົາຫຼີເໜືອ ໄດ້ເດີນທາງໄປນິວຢອກ ເພື່ອຫາລືຄວາມເປັນໄປໄດ້ໃນການຈັດກອງປະຊຸມສຸດຍອດລະຫວ່າງທ່ານ ຄິມ ຈອງອຶນ, ຜູ້ນໍາເກົາຫຼີເໜືອ ແລະ ທ່ານ ໂດນັນ ທຣັມ, ປະທານປະເທດສະຫະລັດອາເມລິກາ.

ທ່ານ ຄິມ ຍອງຊອນ ມີກຳນົດຈະຫາລືກັບທ່ານ ໄມຄ໌ ປອມເປໂອ, ລັດຖະມົນຕີກະຊວງການຕ່າງປະເທດຂອງອາເມລິກາ ໃນວັນທີ 30-31 ພຶດສະພານີ້ ວ່າຈະສືບຕໍ່ຈັດກອງປະຊຸມສຸດຍອດຄັ້ງປະຫວັດສາດລະຫວ່າງຜູ້ນໍາທັງສອງຫຼືບໍ່. ຢ່າງໃດກໍດີ, ມີລາຍງານວ່າເກົາຫຼີເໜືອ ແລະ ອາເມລິກາ ຍັງມີຄວາມເຫັນທີ່ແຕກຕ່າງກັນໃນປະເດັນຫຼັກກ່ຽວກັບການປົດອາວຸດນິວເຄຼຍຂອງເກົາຫຼີເໜືອ.

ທ່ານ ໄມຄ໌ ອອກມາສະແດງຂໍ້ຮຽກຮ້ອງຂອງລັດຖະບານອາເມລິກາຜ່ານທະວິດເຕີ້ Secreatart Pompeo ວ່າທ່ານຕັ້ງຕາລໍຖ້າມື້ທີ່ຈະໄດ້ໂອ້ລົມກັບທ່ານ ຄິມ ຍອງຊອນ ໃນນະຄອນນິວຢອກ ເພື່ອຫາລືເຖິງຄວາມເປັນໄປໄດ້ໃນການປະຊຸມສຸດຍອດລະຫວ່າງ 2 ປະເທດ ພ້ອມທັງກ່າວວ່າ ອາເມລິກາຍຶດໝັ້ນໃນການປົດອາວຸດນິວເຄຍຢ່າງສົມບູນຂອງເກົາຫຼີເໜືອເທິງແຫຼມເກົາຫຼີ ຕ້ອງສາມາດກວດສອບໄດ້ ແລະ ບໍ່ສາມາດປ່ຽນແປງໄດ້ຫຼັງຈາກຕົກລົງກັນແລ້ວ.

ລາຍງານຂ່າວຈາກເຈົ້າໜ້າທີ່ຝ່າຍອາເມລິກາລະບຸວງ່າ ການເຈລະຈາກ່ຽວກັບປະເດັນທີ່ຈະຫາລືກັນໃນກອງປະຊຸມມີຄວາມຄືບໜ້າລ່າຊ້າ ໂດຍຍັງມີການຖົກຖຽງກັນໃນ 2 ປະເດັນຫຼັກຄື: ຄໍາຈໍາກັດຄວາມຂອງການປົດອາວຸດນິວເຄຼຍຂອງເກົາຫຼີເໜືອ ແລະ ປະເດັນທີ່ວ່າທັງສອງຝ່າຍຈະຮ່ວມລົງມືດຳເນີນການໃນເລື່ອງຕ່າງໆ ໃນເວລາດຽວກັນຫຼືເວລາຕ່າງກັນ ເຊິ່ງປະເດັນດັ່ງກ່າວຍັງບໍ່ສາມາດສະຫຼຸບໄດ້.

ທາງດ້ານທຳນຽບຂາວຂອງອາເມລິກສອອກມາລະບຸວ່າ ການເຈລະຈາທີ່ເກີດຂຶ້ນໃນເຂດປອດທະຫານລະຫວ່າງເກົາຫຼີເໜືອ ແລະ ເກົາຫຼີໃຕ້ເພື່ອກຽມການສຳລັບການປະຊຸມຄັ້ງປະຫວັດສາດດັ່ງກ່າວ ອາດຈະເກີດຂຶ້ນໃນວັນທີ 12 ມິຖຸນາຕາມກຳນົດເດີມໄດ້.

ແຫຼ່ງຂ່າວ: bbc ແລະ thairath

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...