spot_img
Homeຂ່າວຕ່າງປະເທດສື່ສັງຄົມອອນລາຍ໌ຊື້ງໃຈ ແຫ່ເບີ່ງວິດີໂອທະລົ່ມທະລາຍ ວອນຜູ້ນຳໂລກຍຸຕິສົງຄາມໃນຕາເວັນອອກກາງ (ມີວິດີໂອ)

ສື່ສັງຄົມອອນລາຍ໌ຊື້ງໃຈ ແຫ່ເບີ່ງວິດີໂອທະລົ່ມທະລາຍ ວອນຜູ້ນຳໂລກຍຸຕິສົງຄາມໃນຕາເວັນອອກກາງ (ມີວິດີໂອ)

Published on

ເມື່ອວັນທີ 28 ພຶດສະພາ 2018 ເວັບໄຊສ໌ Russia today (Rt) ລາຍງານວ່າສື່ສັງຄົມອອນລາຍ໌ແມ່ນພາກັນແຫ່ເບີ່ງຄິປສຸດຊື້ງທີ່ຮຽກຮ້ອງສັນຕິພາບ ແລະ ຍຸຕິສົງຄາມ. ວິດີໂອຄິປໄວຣັສສຸດຊື້ງ ທີ່ມີຜູ້ຄົນພາກັນເຂົ້າເບີ່ງກວ່າ 7,8 ລ້ານຄັ້ງບອກເລົ່າເຫດການຂອງເດັກຊາຍຜູ້ຖືສາສະຫນາມຸດສະລິມວອນບັນດາຜູ້ນຳຊາດມະຫາອຳນາດຂອງໂລກ ຢຸດ ແລະ ຍຸຕິສົງຄາມ, ຫັນມາເບີ່ງຊະຕາກຳຂອງຜູ້ຄົນໃນຕາເວັນອອກກາງ ຮວມທັງຊາວມຸດສະລິມ, ໂຣອິນຍາ ໃນມຽນມາ.

ຫລັງຈາກທີ່ເຜີຍແຜ່ອອກໄປເມື່ອວັນທີ 17 ພຶດສະພາ ທີ່ຜ່ານມາ, ເລື່ອງລາວຂອງເດັກຊາຍມຸດສະລິມຫນ້າຕາຫນ້າຮັກ ແວວຕາສົດໃສເປັນປະກາຍ ຮ້ອງຂໍນຳຜູ້ນຳໂລກ (ນັກສະແດງທີ່ມີຮູບຫນ້າຄືກັບຜູ້ນຳຊາດມະຫາອຳນາດຂອງໂລກ) ທັງ ໂດນອລ ທຣໍ້າ, ວາລາດິເມຍ ປູຕິນ, ຄິມ ຈອງ ອືນ, ແອງເກລາ ແມຣ໌ເຄີລ, ຈັສຕິນ ທຣູໂດ ແລະ ອັນໂຕນີໂອ ກູເຕີເຣສ໌ ໃຫ້ຊ່ວຍກັນຍຸຕິສົງຄາມດ້ວຍການພາຜູ້ນຳໂລກເຫລົ່ານີ້ມາເບີ່ງເຖີງຫາຍະນະທີ່ເກີດຂື້ນຈາກສົງຄາມຕາເວັນອອກກາງໃນວິດີໂອບາງຕອນ.

ວິດີໂອດັ່ງກ່າວແມ່ນຖ່າຍທຳໂດຍບໍລິສັດ Zain ເປັນບໍລິສັດທີ່ດຳເນີນທຸລະກິດທາງດ້ານໂທລະສັບມືຖືໃນຄູເວດ ແລະ ເຜີຍແຜ່ສູ່ໂລກອອນລາຍ໌ ໂດຍເນື້ອຫາສະຫລຸບຫຍໍ້ແມ່ນ ເດັກນ້ອຍດັ່ງກ່າວໄດ້ຈູງມື ວາລາດິເມຍ ປູຕິນ ໃຫ້ມາເບີ່ງສະພາບຄອບຄົວຂອງເຂົາທີ່ຕ້ອງພົບກັບຄວາມສູນເສຍຈາກສົງຄາມ ກ່ອນທີ່ເດັກຊາຍຈະໄປພົບກັບ ແອງເກລາ ແມຣ໌ເຄີລ ແລະ ຈັສຕິນ ທຣູໂດ ທີ່ຊາຍຫາດ ເພື່ອເບີ່ງສະຕາກຳຂອງຜູ້ລີ້ໄພສົງຄາມໃນບ້ານເກີດ ສ່ຽງຊີວິດຂ້າມນໍ້າຂ້າມທະເລໄປຕາຍດາບຫນ້າ ຮວມທັງ ຄິມ ຈອງ ອືນຍັງຕ້ອງສະເທືອນໃຈທີ່ໄດ້ເຫັນຫ້ອງນອນຂອງເດັກຊາຍຢູ່ໃນສະພາບມຸ່ນທະລາຍເສຍຫາຍຈາກສົງຄາມ ຮັບຮູ້ເຖີງຄວາມວິຕົກຢ້ານກົວຂອງເດັກທີ່ຕ້ອງໄດ້ຍິນສຽງລະເບີດທຸກຄືນ ໄປຈົນເຖີງສະຕາກຳຂອງຊາວມຸດສະລິມໂຣອິນຍາໃນມຽນມາ ແລະ ການຮຽກຮ້ອງໃຫ້ປົດປ່ອຍເດັກຍິງປາເລສໄຕທີ່ຖືກກັກຂັງທີ່ຄຸກ ຊື່ງມີຮູບຫນ້າຄືກັບນັກເຄື່ອນໄຫວຍິງປາເລສໄຕ ອາເຮດ ທາມິມີ ທີ່ຖືກຈັບກຸມເມື່ອປີກ່ອນ ໂທດຖານທີ່ໄປເຕະ ແລະ ຕົບທະຫານອິດສະລາແອນທີ່ຫມູ່ບ້ານນາບີ ຊາເລສ໌ ບ້ານເກີດຂອງນາງໃນເຂດເວສ໌ແບງ, ວິດີໂອນີ້ແມ່ນຈົບລົງດ້ວຍການຮ້ອງຂໍຕໍ່ຜູ້ນຳໂລກໃຫ້ນະຄອນເຢຣູຊາເລັມເປັນເມືອງຫລວງຂອງປາເລສໄຕຢ່າງຖາວອນ.

 

 

ແຫລ່ງຂ່າວຕ່າງປະເທດ: TRN

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...