Homeຂ່າວຕ່າງປະເທດທະຫານອີຣັກລອດຊີວິດຈາກກຸ່ມ IS ສັງຫານໝູ່ ຍ້ອນເຮັດທຳທ່າຕາຍ

ທະຫານອີຣັກລອດຊີວິດຈາກກຸ່ມ IS ສັງຫານໝູ່ ຍ້ອນເຮັດທຳທ່າຕາຍ

Published on

 

 

ທະຫານໜຸ່ມອີຣັກ ອອກມາເປີດເຜີຍປະສົບການທຳທ່າຕາຍ ເພື່ອລອດຊີວິດຈາກເຫດການກອງກຳລັງ IS ສັງຫານໝູ່

 

ເມື່ອວັນທີ 4 ກັນຍາ 2014 ທີ່ຜ່ານມາ ເວັບໄຊຂ່າວຂອງຕ່າງປະເທດ ເປີດເຜີຍເລື່ອງລາວຂອງທະຫານໜຸ່ມຊາວອີຣັກ

ອາຍຸ 23 ປີ ທີ່ເອົາໂຕລອດຈາກເຫດການສັງຫານໝູ່ຂອງກຸ່ມກໍ່ການຮ້າຍລັດອິດສະລາມ ຫຼື IS ມາໄດ້ ເພາະໄດ້ເຮັດທຳ

ທ່າວ່າຕົນເອງໄດ້ຕາຍໄປແລ້ວ.

 

ທະຫານໜຸ່ມລາຍນີ້ຄື ທ້າວ ອາລີ ຮຸນເຊນ ຄາທິມ ເຂົາເປັນໜຶ່ງໃນທະຫານທີ່ຖືກກອງກຳລັງລັດອິດສະລາມ ຄວບຄຸມ

ໂຕໄປສັງຫານໝູ່ ເມື່ອເດືອນມິຖຸນາທີ່ຜ່ານມາ ເຊິ່ງໃນມື້ນັ້ນຖືເປັນໜຶ່ງໃນມື້ສັງຫານໝູ່ຄັ້ງໃຫຍ່ທີ່ສຸດຂອງກຸ່ມກໍ່ການ

ຮ້າຍກຸ່ມນີ້, ພວກເຂົາໄດ້ນຳຄົນໄປສັງຫານຫຼາຍເຖິງ 1,700 ຄົນ ໂດຍມີພຽງເຂົາຄົນດຽວທີ່ສາມາດລອດຊີວິດມາໄດ້.

 

ທ້າວ ອາລີ ໄດ້ເລົ່າຄືນວ່າ ໃນມື້ສັງຫານໝູ່ວັນນັ້ນ ກອງກຳລັງລັດອິດສະລາມ ໄດ້ຈັບທະຫານມານອນຮຽງກັນເປັນແຖວ

ໂດຍເຂົາເປັນຄົນທີ 4 ແລະ ເມື່ອການສັງຫານເລີ່ມຕົ້ນຂຶ້ນ ກອງກຳລັງດັ່ງກ່າວກໍໄດ້ຈໍ່ຍິງທີ່ຫົວຂອງທະຫານເປັນແຕ່ລະ

ລາຍບຸກຄົນ, ເຂົາໄດ້ຍິນສຽງປືນດັງ 3 ຄັ້ງ ແລະ ເຫັນຄົນຢູ່ຂ້າງໆມີເລືອດຟົ້ງອອກມາຈາກຫົວເທື່ອລະຄົນ ແຕ່ແລ້ວເມື່ອ

ສຽງປືນດັງເປັນຄັ້ງທີ 4 ກະສຸນລູກປືນຊ້ຳພັດບໍ່ໄດ້ຖືກໂຕເຂົາ ແຕ່ກັບໄປຖືກຢູ່ບ່ອນໃດກໍບໍ່ຮູ້, ເຖິງແນວໃດກໍຕາມ ເຂົາ

ໄດ້ເຮັດທຳທ່າວ່າຕົນເອງຕາຍ ຈົນໃນທີ່ສຸດກໍເອົາຊີວິດລອດມາໄດ້.

 

ແນ່ນອນວ່າ ການລອດຊີວິດຈາກການສັງຫານໝູ່ໃນຄັ້ງນີ້ ໄດ້ເຮັດໃຫ້ຄອບຄົວຂອງເຂົາ ແລະ ລູກສາວຂອງເຂົາດີໃຈ

ເປັນຢ່າງຍິ່ງ ໃນຂະນະທີ່ ທ້າວ ອາລີ ເອງກໍໄດ້ເວົ້າວ່າ ມັນເປັນປາຕິຫານແທ້ໆ ທີ່ເຂົາສາມາດລອດຊີວິດມາໄດ້ຄືແນວນີ້.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...