spot_img
Homeຂ່າວຕ່າງປະເທດເກົາຫຼີເໜືອບໍ່ຍອມໃຫ້ນັກຂ່າວເກົາຫຼີໃຕ້ເຂົ້າຮ່ວມໃນການຮື້ຖອນ ແລະ ທຳລາຍສິ່ງປຸກສ້າງໃນນິຄົມນິວເຄຣຍ

ເກົາຫຼີເໜືອບໍ່ຍອມໃຫ້ນັກຂ່າວເກົາຫຼີໃຕ້ເຂົ້າຮ່ວມໃນການຮື້ຖອນ ແລະ ທຳລາຍສິ່ງປຸກສ້າງໃນນິຄົມນິວເຄຣຍ

Published on

ສຳນັກຂ່າງຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນທີ 22 ພຶດສະພາ ວ່າ ກຸ່ມຜູ້ສື່ຂ່າວຕ່າງຊາດປະມານ 20 ຄົນ ເຊິ່ງມີທັງຜູ້ສື່ຂ່າວຈາກສະຫະລັດ, ຈີນ ແລະ ຣັດເຊຍ ຮວມຕົວກັນທີ່ສະໜາມບິນນານາຊາດນະຄອນຫຼວງປັກກິ່ງ ເພື່ອໂດຍສານທ້ຽວບິນໄປທີ່ນະຄອນຫຼວງປຽງຢາງ ເພື່ອຮ່ວມສັງເກດການການຮື້ຖອນ ແລະ ທຳລາຍສິ່ງປຸກສ້າງໃນນິຄົມນິວເຄຣຍປຸງກະເຍ -ຣີ ໃນພາກຕະເວັນອອກສຽງເໜືອຂອງເກົາຫຼີເໜືອ ທີ່ຕາມກຳນົດຈະມີຂຶ້ນໃນລະຫວ່າງວັນທີ 23-25 ພຶດສະພານີ້. ໂດຍສຳນັກຂ່າວຕ່າງປະເທດທີ່ໄດ້ຮັບອະນຖຍາດຈາກລັດຖະບານປຽງຢາງໄດ້ແກ່ ຊີເອັນເອັນ, ບີບີເອສ, ເອພີ, ຣັດເຊຍ, ທູເດ ແລະ ສຳນັກຂ່າວອີກຫຼາຍແຫ່ງໃນສັງກັດຂອງລັດຖະບານປັກກິ່ງ

ຂະນະທີ່ກະຊວງຮວມຊາດໃນນະຄອນຫຼວງໂຊລອອກຖະແຫຼງການສະແດງ “ຄວາມຜິດຫວັງ ແລະ ເສຍໃຈເປັນທີ່ສຸດ” ຕໍ່ການທີ່ເກົາຫຼີເໜືອບໍ່ອະນຸຍາດໃຫ້ນັກຂ່າວຂອງເກົາຫຼີໃຕ້ຮ່ວມສັງເກດການໃນຊ່ວງເວລາທີ່ສຳຄັນ ໂດຍມີນັກຂ່າວຈາກເກົາຫຼີໃຕ້ 8 ຄົນ ເຊິ່ງລັດຖະບານໂຊລ ໄດ້ສົ່ງລາຍຊື່ໄກ່ອນໜ້ານີ້ ລົງທຶນເດີນທາງໄປລໍຖ້າທີ່ນະຄອນຫຼວງປັກກິ່ງ ເພື່ອຫວັງຈະໄດ້ຮັບການອະນຸມັດໃນນາທີສຸດທ້າຍ ແຕ່ບໍ່ເປັນຜົນ ແຕ່ເຖິງຢ່າງໃດກໍ່ຕາມ ລັດຖະບານໂຊລ ມີຄວາມຍິນດີ ແລະ ຊື່ນຊົມທີ່ລັດຖະບານປຽງຢາງຮັກສາສັນຍາໃນການປົດອາວຸດນິວເຄຣຍ ເພື່ອປູທາງສູ່ການເຈລະຈາລະຫວ່າງສະຫະລັດກັບເກົາຫຼີເໜືອ ເຊິ່ງທາງເກົາຫຼີໃຕ້ມີຄວາມເຊື່ອໝັ້ນວ່າຈະເກີດຂຶ້ນຕາມກຳນົດຄືໃນວັນທີ 12 ມິຖຸນາ 2018ນີ້ ທີ່ສິງກະໂປ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...