spot_img
Homeຂ່າວຕ່າງປະເທດອົດສະຕາລີຍົກລະດັບຄວາມປອດໄພຂອງສະຫນາມບິນ

ອົດສະຕາລີຍົກລະດັບຄວາມປອດໄພຂອງສະຫນາມບິນ

Published on

ສຳນັກຂ່າວ AP ລາຍງານຈາກເມືອງຫລວງແຄນເບລາ, ປະເທດອົດສະຕາລີ ເມື່ອວັນທີ 15 ພຶດສະພາ ວ່າລັດຖະບານອົດສະຕາລີ ຈະໃຊ້ຈ່າຍເງີນຈຳນວນ 294 ລ້ານໂດລາອົດສະຕາລີ ຫລື ປະມານ 1,763 ຕື້ກີບ ໃນການປັບປຸງອຸປະກອນດ້ານຄວາມຫມັ້ນຄົງ ແລະ ເພີ່ມຈຳນວນເຈົ້າຫນ້າທີ່ ໃນສະຫນາມບິນຫລັກທຸກແຫ່ງ ຮວມທັງສະຫນາມບິນພາຍໃນທັງ 13 ແຫ່ງທົ່ວປະເທດ.

ການເຄື່ອນໄຫວແມ່ນມີຂື້ນຫລັງຈາກມີການພະຍາຍາມທີ່ຈະນຳກະເປົາບັນຈຸລະເບີດລະດັບກອງທັບ ຜ່ານການກວດກາເຄື່ອງໃນກະເປົາທີ່ເຄົາເຕີ້ສະຫນາມບິນຊິດນີ້ ໄປຍັງບ່ອນເກັບມ້ຽນກະເປົາກ້ອງຍົນໂດຍສານແອບັສ A380 ຂອງສາຍການບິນເອຕິຮັດ ແອເວ ຂອງສະຫະລັດອາຣັບເອມິເລດ (UAE) ທີ່ກຳລັງຈະອອກເດີນທາງມຸ່ງຫນ້າສູ່ຕາເວັນອອກກາງເມື່ອເດືອນ ກໍລະກົດ ປີທີ່ແລ້ວ ແຕ່ພະນັກງານປະຈຳເຄົາເຕີ້ປະຕິເສດຕໍ່ເຈົ້າຂອງກະເປົາດັ່ງກ່າວເນື່ອງຈາກມີນໍ້າຫນັກທີ່ເກີນ.

ເຈົ້າຫນ້າທີ່ເຜີຍວ່າແຜນການດັ່ງກ່າວແມ່ນດຳເນີນງານໂດຍກຸ່ມ ISIS ແລະ ຄົນທ້ອງຖີ່ນເມືອງຊິດນີ້ 2 ຄົນ ຖືກຕຳຫລວດຈັບກຸມ ແລະ ຕັ້ງຂໍ້ຫາວາງແຜນກໍ່ການຮ້າຍ. ພາຍໃຕ້ແຜນການຍົກລະດັບການຮັກສາຄວາມປອດໄພຈະມີການຕິດຕັ້ງເຄື່ອງສະແກນຮ່າງກາຍ ແລະ ອຸປະກອນ X-Ray ອັນລໍ້າຫນ້າໃນສະຫນາມບິນທຸກແຫ່ງ, ຖ້ຽວບິນບັນທຸກສິນຄ້າຂາເຂົ້າ ແລະ ຖ້ຽວບິນສົ່ງສິນຄ້າໄປສະນີລະຫວ່າງປະເທດ ຈະຖືກກວດກາໂດຍລະອຽດຫລາຍກວ່າເກົ່າ. ນອກຈາກນັ້ນ, ຈະເພີ່ມຈຳນວນຕຳຫລວດອີກ 140 ສະຫາຍ ເພື່ອດຳເນີນການກວດຈັບລະເບີດສະແຫວງເຄື່ອງຕາມສະຫນາມບິນຕ່າງໆ ໂດຍຈະໄດ້ຮັບການສະຫນັບສະຫນູນຈາກທີມງານຜູ້ຊ່ຽວຊານດ້ານຂ່າວກອງຈາກສຳນັກງານຕຳຫລວດ.

ລັດຖະມົນຕີກະຊວງພາຍໃນຂອງອົດສະຕາລີ, ທ່ານ ປີເຕີ ດັດຕັນ ກ່າວວ່າ ຕຳຫລວດຈະໄດ້ຮັບອຳນາດໃຫມ່ໃນການສຸ່ມກວດບຸກຄົນທີ່ສະຫນາມບິນ ແລະ ນຳຕົວບຸກຄົນຕ້ອງສົງໄສອອກຈາກສະຫນາມບິນ. ຫາກແຜນການກໍ່ວິນາດສະກຳເດືອນກໍລະກົດ ປີທີ່ແລ້ວປະສົບຜົນສຳເລັດ ການລະເບີດຈະສົ່ງຜົນກະທົບຕໍ່ການທ່ອງທ່ຽວຂອງອົດສະຕາລີ ອາດເສຍຫາຍເຖິງຫລາຍພັນລ້ານໂດລາ ຮວມທັງຕໍ່ນັກສຶກສາຕ່າງຊາດທີ່ກຳລັງຮຽນຢູ່ໃນມະຫາວິທະຍາໄລຕ່າງໆ ໃນອົດສະຕາລີ ທີ່ເປັນຫນື່ງໃນອຸດສາຫະກຳການຄ້າທີ່ເຮັດລາຍໄດ້ເຂົ້າປະເທດຫລາຍທີ່ສຸດ.

 

 

 

 

 

ແຫລ່ງຂ່າວຕ່າງປະເທດ: TDN

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...