spot_img
Homeຂ່າວພາຍ​ໃນລົດແກ້ວ ກວາດ 2 ຫຼຽນຈາກແລ່ນນານາຊາດຢູ່ໄທ

ລົດແກ້ວ ກວາດ 2 ຫຼຽນຈາກແລ່ນນານາຊາດຢູ່ໄທ

Published on

ລົດແກ້ວ ອິນທະກຸມມານ ສາວນັກແລ່ນຕີນໄຟຈາກລາວໄດ້ສ້າງຜົນງານອີກຄັ້ງໂດຍຫຼ້າສຸດໄດ້ 1ຫຼຽນທອງ ແລະ 1ຫຼຽນເງິນຈາກການແຂ່ງຂັນ 10 Mile international Run 2018 ເຊິ່ງຈັດຂຶ້ນຢູ່ທີ່ນະຄອນຫຼວງບາງກອກ ປະເທດໄທ.

ການແຂ່ງຂັນໃນຄັ້ງນີ້ຈັດຂຶ້ນເມື່ອວັນອາທິດທີ່ຜ່ານມາ (13 ພຶດສະພາ 2018) ທີ່ບາງກອກ ປະເທດໄທ ໂດຍລົດແກ້ວສາມາດຄວ້າອັນດັບ 2 ປະເພດ Overall Female ແລະ ອັນດັບ 1 ປະເພດ Internaltional Female ຈາກຜູ້ເຂົ້າແຂ່ງຂັນເພດຍິງທັງໝົດຫຼາຍກວ່າ 1,200 ຄົນ.

ກ່ອນໜ້ານີ້ ລົດແກ້ວ ຫາກໍເຂົ້າຮ່ວມການແຂ່ງຂັນແລ່ນ-ລານ ໄທແລນ ໂອເພັນ 2018 ເມື່ອວັນທີ 4-7 ພຶດສະພາທີ່ຜ່ານມາ ເຊິ່ງສາມາດເກັບໄດ້ 1 ຫຼຽນທອງ ຈາກປະເພດແລ່ນ 800 ແມັດຍິງ, 1 ຫຼຽນທອງ ແລະ 1 ຫຼຽນເງິນ ຈາກປະເພດແລ່ນ 1,500 ແມັດຍິງ.

 

ແຫລ່ງຂ່າວ: Lodkeo Inthakoumman, @ມ່ວນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...