Homeນານາສາລະສິ່ງທີ່ໂພສບໍ່ໄດ້ຕາມແນວທາງປະຕິບັດຂອງເຟສບຸ໊ກ

ສິ່ງທີ່ໂພສບໍ່ໄດ້ຕາມແນວທາງປະຕິບັດຂອງເຟສບຸ໊ກ

Published on

ໃນຄໍລຳສາລະໜ້າຮູ້ກັບລາວໂພສຕ໌ ແອັດມິນມີຂໍ້ມູນດີໆມາບອກຊາວໂຊຊຽວກຸ່ມຜູ້ໃຊ້ເຟສບຸກທັງຫຼາຍຄວນວ່າຮູ້ກັນເອົາໄວ້ ເຊິ່ງປັດຈຸບັນທາງເຟສບຸກໄດ້ປະຕິບັດແນວທາງໃໝ່ ເຊິ່ງມີບາງຢ່າງທີ່ບໍ່ສາມາດໂພສລົງເຟສບຸກໄດ້ ເຊິ່ງຈະມີສິ່ງໃດແນ່ນັ້ນເຮົາມາອ່່ານໄປພ້ອມກັນເລີຍ

  1. ຮູບໂປ້ເປືອຍທັງຮູບຜູ້ໃຫຍ່ ແລະ ເດັກນ້ອຍ
  2. ຮູບພາບຫົວນົມເພດຍິງ ແຕ່ມີຍົກເວັ້ນຫາກຮູບນັ້ນເປັນຮູບການປະທ້ວງ, ການໃຫ້ນົມລູກ ແລະ ການຮັກສາມະເຮັງເຕົ້ານົມແມ່ນໂພສໄດ້
  3. ການໃສ່ຄວາມຈາກເຫດກໍ່ການຮ້າຍ ເຊັ່ນ: ບອກວ່າເຫຍື່ອເປັນຄົນຂີ້ຕວະ ຫຼື ບອກວ່າເຫຍື່ອຖືກຈ້າງໃຫ້ສ້າງຄວາມເຂົ້າໃຈຜິດຕໍ່ສະຖານະການ
  4. ການຍອມຮັບ-ສົ່ງເສີມອາດຊະຍາກຳ
  5. ການຍອມຮັບ-ໃຊ້-ສົ່ງເສີມ ກັນຊາ, ຢາເສຍຕິດ, ປືນຜິດກົດໝາຍ
  6. ການຂົ່ມຂູ່ຫຼືຮຽກຮ້ອງຄວາມຮຸນແຮງ
  7. ຂໍ້ມູນສ່ວນຕົວ ຍົກຕົວຢ່າງ: ບັດທີ່ອອກໂດຍໜ່ວຍງານລັດ, ເລກບັດປະຊາຊົນ, ປື້ມຜ່ານແດນ, ລະຫັດຜ່ານ, ຂໍ້ມູນການແພດ, ຂໍ້ມູນການເງິນ ຫຼື ຊ່ອງທາງຕິດຕໍ່ທີ່ລະເມີດສິດ
  8. ຄວາມກຽດຊັງ ການໂຈມຕີເຜົ່າພັນ, ເຊື້ອຊາດ, ສາດສະໜາ, ເພດ, ປະເທດ, ຣົດນິຍົມ, ຄວາມພິການ, ໂຣກຮ້າຍແຮງ ຫຼື ຂົ່ມຂູ່ຄຸກຄາມ
  9. ເນື້ອຫາທີ່ສົ່ງເສີມ ແນະນຳການຂ້າຕົວຕາຍ
  10. ການສ້າງໂປຣໄຟລ໌ປອມ ປອມເປັນຜູ້ອື່ນ ຫຼື ລະເມີດລິຂະສິດຊັບສິນທາງປັນຍາ, ສະແປມ ແລະ ແອບອ້າງໃຫ້ຄລິກ like-share

ເມື່ອຮູ້ກັນແບບນີ້ແລ້ວກ່ອນຈະໂພສສິ່ງໃດລົງໄປໃນເຟສບຸ໊ກ ຕ້ອງຄິດໃຫ້ດີໆກ່ອນ ເພື່ອຫຼີກລ່ຽງບັນຫາບັນຊີເຟສບຸກຂອງທ່ານຕິດສະແປມ, ຖືກບລັອກ ຫຼື ຖືກລົບ

ບົດຄວາມຫຼ້າສຸດ

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...

ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວ ຂະຫຍາຍຕົວ ໃນລະດັບ 4,8

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ເຄັ່ງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ,...