spot_img
Homeຂ່າວຕ່າງປະເທດທຣັມສັ່ງກອງທັບສະຫະລັດກຽມຫຼຸດຈຳນວນທະຫານລົງໃນເກົາຫຼີໃຕ້

ທຣັມສັ່ງກອງທັບສະຫະລັດກຽມຫຼຸດຈຳນວນທະຫານລົງໃນເກົາຫຼີໃຕ້

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 3 ພຶດສະພາ 2018 ວ່າ ປະທານາທິບໍດີ ໂດນັລ ທຣັມ ມີຄຳສັ່ງໃນເບື້ອງຕົ້ນໃຫ້ ພົນເອກ ເຈມ ແມຕທິສ ລັດຖະມົນຕີກະຊວງການຕ່າງປະເທດ ກຽມສະເໜີແຜນການຫຼຸດຈຳນວນທະຫານອາເມລິກັນໃນເກົາຫຼີໃຕ້ ທີ່ປັດຈຸບັນມີຢູ່ປະມານ 28,500 ຄົນ.

ລາຍງານຂອງ ເດິ ນິວຍອກ ທາມ ລະບຸວ່າ ກ່ຽວກັບຖານທັບສະຫະລັດໃນເກົາຫຼີໃຕ້ອາດບໍ່ແມ່ນຫົວຂໍ້ທີ່ຈະຍກຂຶ້ນມາຫາລືຢ່າງເປັນທາງການໃນການປະຊຸມລະຫວ່າງຜູ້ນຳສະຫະລັດ ກັບທ່ານ ຄິມ ຈອງອຶນ ທີ່ຈະມີຂຶ້ນໃນຕົ້ນເດືອນ ມິຖຸນານີ້ ແລະ ການທີ່ຈະໃຫ້ແພນດາກອນຖອນທະຫານທັງໝົດອອກຈາກເກົາຫຼີໃຕ້ເປັນໄປໄດ້ຍາກຫຼາຍ ແຕ່ການທີ່ເກົາຫຼີເໜືອ ແລະ ເກົາຫຼີໃຕ້ເຫັນດີໃຫ້ມີການຈັດເຮັດສົນທິສັນຍາເພື່ອຢຸເຕິສົງຄາມເກົາຫຼີ “ຢ່າງເປັນທາງການ” ພາຍໃນປີນີ້ ຖືເປັນກນລະຍຸດຂອງຈີນລັດປຽງຢາງກົດດັນທາງອ້ອມໃຫ້ສະຫະລັດຕ້ອງດຳເນີນການບາງຢ່າງຕໍ່ທະຫານກັບແຫຼມເກົາຫຼີ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...