spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ແຂວງຄຳມ່ວນ ມ້າງຂະບວນການຄ້າຢາເສບຕິດລາຍໃຫຍ່

ປກສ ແຂວງຄຳມ່ວນ ມ້າງຂະບວນການຄ້າຢາເສບຕິດລາຍໃຫຍ່

Published on

 

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ໄດ້ນຳກຳລັງເຂົ້າຈັບຕົວຂະບວນການຄ້າຢາເສບຕິດລາຍໃຫຍ່ ໃນຂະນະພວມສົ່ງຢາ

ໃຫ້ກັນ ໃນເສັ້ນທາງເຂດບ້ານນາເມືອງ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ຜູ້ຕ້ອງຫາຄື: ທ້າວ ພອນໄຊ ວັນນະສີນ ອາຍຸ

51 ປີ ຢູ່ບ້ານນາແລ ແລະ ທ້າວ ມຸກດາໄລ ເສີມລາວັນ ອາຍຸ 32 ປີ ຢູ່ ບ້ານຫ້ວຍນາງລີ້ ເມືອງທ່າແຂກ ແຂວງຄຳມ່ວນ

ພ້ອມຂອງກາງຢາບ້າ 6 ພັນກວ່າເມັດ ແລະ ລົດກະບະວີໂກ້ຄັນໜຶ່ງ ຈຶ່ງໄດ້ຍຶດໄວ້ເປັນຫລັກຖານເພື່ອດຳເນີນຄະດີຕາມ

ກົດໝາຍ ແລະ ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່, ທັງສອງໄດ້ຊັກທອດເຖິງໝູ່ຂະບວນການອີກສອງຄົນ,

ເຈົ້າໜ້າທີ່ຈຶ່ງໄດ້ນຳຈັບຕົວມາດຳເນີນຄະດີຄື: ທ້າວ ວິໄນ ວົງສຸວັນ ອາຍຸ 49 ປີ ແລະ ທ້າວ ເອັກ ແກ້ວບົວບານ ອາຍຸ 23

ປີ ຢູ່ບ້ານສົມສະໜຸກ ເມືອງປາກກະດິງ ແຂວງບໍລິຄຳໄຊ.

 

ເຈົ້າໜ້າທີ່ໃຫ້ຮູ້ວ່າ ທັງ 4 ຄົນ ແມ່ນຮ່ວມກັນເຄື່ອນໄຫວຄ້າຂາຍຢາເສບຕິດພາຍໃນແຂວງຄຳມ່ວນມາດົນ ແລະ ມີເຄືອ

ຂ່າຍໃຫຍ່ ເຊິ່ງເຈົ້າໜ້າທີ່ໄດ້ຕິດຕາມເປັນເປົ້າໝາຍມາດົນ, ຈົນມີຫລັກຖານແໜ້ນຈຶ່ງສາມາດຈັບຕົວມາດຳເນີນຄະດີ

ໄດ້.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...