spot_img
Homeວິທະຍາສາດ-ວິທະຍາການຮືຮາ! ແພດມະກັນປູກຖ່າຍອັນທະໄດ້ສຳເລັດຄັ້ງທຳອິດຂອງໂລກ

ຮືຮາ! ແພດມະກັນປູກຖ່າຍອັນທະໄດ້ສຳເລັດຄັ້ງທຳອິດຂອງໂລກ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 24 ເມສາ 2018 ທີມສັນລະຍະກຳແພດຂອງໂຮງໝໍ ມະຫາວິທະຍາໄລ ຈອນສ໌ ຮອບກິນສ໌ ໄດ້ເຮັດການຜ່າຕັດປູກອະໄວຍະວະເພດຊາຍພ້ອມກັບຖົງອັນທະໃຫ້ກັບທະຫານຄົນໜຶ່ງ ເຊິ່ງໄດ້ຮັບບາດເຈັບຈາກກັບລະເບີດໃນການຮົບທີ່ປະເທດອັຟການິສຖານ ໄດ້ສຳເລັດເປັນຄັ້ງທຳອິດຂອງໂລກ

ຂ່າວລະບຸວ່າ ການຜ່າຕັດນີ້ເກີດຂຶ້ນເມື່ອວັນທີ 26 ມີນາ ໂດຍທີມແດເຖິງ 11 ຄົນໃຊ້ອະໄວຍະວະເພດ (ຖົງອັນທະ) ແລະ ຜິວໜັງໜ້າທ້ອງບາງສ່ວນຈາກຜູ້ບໍລິຈາກ ເຮັດການຜ່າຕັດໂດຍໃຊ້ເວລາເຖິງ 14 ຊົ່ວໂມງ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...