spot_img
Homeຂ່າວພາຍ​ໃນFIFA ປັບໃໝສະຫະພັນບານເຕະແຫ່ງຊາດລາວ 7 ແສນໂດລາກໍລະນີເຄື່ອນຍ້າຍນັກເຕະຜິດຂໍ້ກຳນົດ

FIFA ປັບໃໝສະຫະພັນບານເຕະແຫ່ງຊາດລາວ 7 ແສນໂດລາກໍລະນີເຄື່ອນຍ້າຍນັກເຕະຜິດຂໍ້ກຳນົດ

Published on

ເມື່ອວັນທີ 19 ເມສາ 2018 ທີ່ຜ່ານມາ ສະຫະພັນບານເຕະສາກົນ ຫຼື FIFA ອອກຖະແຫຼງການວ່າ ໄດ້ລົງໂທດປັບໃໝສະຫະພັນບານເຕະແຫ່ງຊາດລາວເປັນເງິນ 700.000 ໂດລາ ຈາກການລະເມີດຂໍ້ກຳນົດຕ່າງໆທີ່ກ່ຽວກັບການເຄື່ອນຍ້າຍນັກເຕະລະຫວ່າງປະເທດ ແລະ ການລົງທະບຽນໃນຄັ້ງທຳອິດຂອງນັກເຕະລຸ້ນເຍົາວະຊົນ, ເຊິ່ງຜິດກົດຂອງ FIFA ຕາມມາດຕາ 19 ວ່າດ້ວຍສະຖານະ ແລະ ການເຄື່ອນຍ້າຍນັກເຕະລະຫວ່າງປະເທດທີ່ເປັນຄວາມຜິດຫຼັກ ແລະ ຍັງຜິດຂໍ້ກຳນົດເອົານັກເຕະລຸ້ນເຍົາວະຊົນ ແລະ ລຸ້ນໃຫຍ່ປະສົມລົງໃນການແຂ່ງຂັນ

ເຊິ່ງການຕັດສິນດັ່ງກ່າວຂອງ FIFA ອາດສືບເນື່ອງມາຈາກສະໂມສອນບານເຕະລາວ ຈັດຫານັກເຕະເຍົາວະຊົນອາຟຣິກາ ຈຳນວນ 23 ຄົນມາເຊັນສັນຍາເປັນນັກເຕະໃນສະໂມສອນຂອງຕົນແບບບໍ່ຖືກຕ້ອງເມື່ອປີ 2015 ທີ່່ຜ່ານມາ

ຫຼ້າສຸດທາງສະຫະພັນບານເຕະແຫ່ງຊາດລາວ ໄດ້ອອກມາຊີ້ແຈງຜ່ານເຟສບຸກທີ່ມີຊື່ວ່າ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation ໂດຍມີເນື້ອໃນກ່າວໄວ້ວ່າ

“ແຈ້ງການ ຄໍາຕັດສິນຂອງຄະນະກໍາມະການລະບຽບວິໄນຟີຟ່າ
ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຂໍແຈ້ງມາຍັງປວງຊົນລາວ, ບັນດາສື່ມວນຊົນລາວ ແລະ ຜູ້ຕິດຕາມກິລາບານເຕະທັງພາຍໃນ ແລະ ຕ່າງປະເທດ ໃຫ້ຊາບວ່າ ສຕລ ໄດ້ຮັບຄໍາຕັດສິນຈາກສະຫະພັນບານເຕະນານາຊາດ (ຟີຟ່າ) ໃນວັນທີ 19 ເມສາ 2018 ທີ່ຜ່ານມາ. ສຕລ ກໍ​ໄດ້​ໃຫ້​ຄວາມ​ຮ່ວມມ​ື​ຢ່າງ​ເຕັມ​ທີ່​ຕໍ່​ກັບ​ຄະ​ນະ​ກຳ​ມະ​ການ​ລະ​ບຽບ​ວິ​ໄນ​ຂອງ​ ຟີ​ຟ່າ ໃນ​ການ​ດຳ​ເນີນ​ການ​ສຶບ​ສວນ ຄະ​ດີ​ດັ່ງ​ກ່າວ ຢ່າງ​ເປີດ​ເຜີຍ​ ແລະ ຈິງ​ໃຈ​ ຕະ​ຫລອດ​ມາ. ເມື່ອ​ໄດ້​ເຫັນ​ຄຳ​ຕັດ​ສິນ​ດັ່ງ​ກ່າວ​ຂອງ ຟີ​ຟ່າ ແລ້ວ ສ​ຕ​ລ ກໍ​ໄດ້​ຮ້​ອນ​ໃຈ​ຄັດ​ເລືອກ ແລະ ແຕ່ງ​ຕັ້ງ​ທະ​ນາຍ​ຄວາມ​ຂອງ​ຕ​ົນ ເພື່ອ​ອຸ​ຖອນ​ຄ​ະ​ດີ​ດັ່ງ​ກ່າວ ຕໍ່​ຄະ​ນະ​ກຳ​ມະ​ການ​ອຸ​ທອນ​ຂອງ ຟີ​ຟ່າ ເພື່ອ​ປົກ​ປ້ອງ​ກຽດ ແລະ ຊື່​ສຽງ​ຂອງ ສ​ຕ​ລ ກໍ​ຄື​ປະ​ເທດຊາດ .

 

ແຫລ່ງຂ່າວຈາກ: ອິດສະຫຼະ ແລະ ສະຫະພັນບານເຕະແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...