Homeຂ່າວພາຍ​ໃນສະຫຼຸບອຸບັດຕິເຫດທົ່ວປະເທດໃນຊ່ວງ 6 ວັນອັນຕະລາຍປີໃໝ່ລາວ (13-18/04/2018)

ສະຫຼຸບອຸບັດຕິເຫດທົ່ວປະເທດໃນຊ່ວງ 6 ວັນອັນຕະລາຍປີໃໝ່ລາວ (13-18/04/2018)

Published on

ໄລຍະຂອງການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2561 ເລີ່ມແຕ່ວັນທີ 13-18 ເມສາ 2018, ເຊິ່ງມວນຊົນລາວ ທົ່ວປະເທດຮ່ວມກັນສະຫຼອງວັນດັ່ງກ່າວຢ່າງເບີກບານມ່ວນຊື່ນ ເຮັດໃຫ້ນັກຂັບຂີ່ຈຳນວນໜຶ່ງລະເມີດກົດລະບຽບ ການສັນຈອນ ພາໃຫ້ເກີດອຸບັດຕິເຫດ ໂດຍສະເພາະແມ່ນ: ດື່ມສິ່ງມຶນເມົາແລ້ວຂັບຂີ່, ຂັບຂີ່ລົດໄວເກີນກໍານົດ, ລ່ວງປ້າຍຫ້າມ, ແຊງບໍ່ຮັບປະກັນ ແລະອື່ນໆ; ສະແດງອອກພາຍໃນ 6 ວັນຂອງເດືອນເມສາຜ່ານມາ ( 13-18 ) ຄື: ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 306 ຄັ້ງ ແລະ ເສຍຊີວິດ 40 ກວ່າຄົນ.

ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ: ໃນໄລຍະ 6 ວັນຂອງການສະຫຼອງບຸນປີໃໝ່ ລາວປີນີ້ ລະຫວ່າງວັນທີ 13-18 ເມສາ 2018, ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆ ໄດ້ຮ່ວມກັບບັນດາບໍລິສັດຫ້າງຮ້ານຕ່າງໆ ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນຢູ່ຕາມ ສະຖານທີ່ຕ່າງໆ ແນໃສ່ຫຼຸດຜ່ອນບັນຫາອຸບັດຕິເຫດຕາມທ້ອງຖະໜົນ ແລະ ຍັງຮ່ວມກັບແຂວງຕ່າງໆລົງຕັ້ງຈຸດ ກວດ, ກວດກາທາດເຫຼົ້າ, ຈັບຄວາມໄວ, ກວດກາເອກະສານຕ່າງໆ, ພ້ອມທັງອອກກວດກາລາດຕະເວນ ແລະ ຕັກເຕືອນກຸ່ມຄົນທີ່ຫຼິ້ນນໍ້າຢູ່ແຄມທາງທີ່ປະຕິບັດ ບໍ່ຖືກລະບຽບເຮັດໃຫ້ການສັນຈອນຕິດຂັດ ແລະ ສົ່ງຜົນໃຫ້ເກີດ ອຸບັດຕິເຫດຢູ່ຕາມເສັ້ນທາງຕ່າງໆ ເຊິ່ງສະແດງອອກໃນໄລຍະວັນທີ 13-18 ເມສາຜ່ານມາ, ທົ່ວປະເທດມີອຸບັດຕິ ເຫດເກີດ ຂຶ້ນທັງໝົດ 306 ຄັ້ງ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 35 ຄັ້ງ; ໃນນັ້ນ, ພາຫະນະເປ່ເພທັງໝົດ 522 ຄັນ; ໃນນັ້ນ, ເປ່ເພເລັກໜ້ອຍ 242 ຄັນ, ສົມຄວນ 246 ຄັນ, ໃຊ້ການບໍ່ໄດ້ 16 ຄັນ; ຄົນໄດ້ຮັບບາດເຈັບທັງໝົດ 557 ຄົນ; ໃນນັ້ນ, ເຈັບເລັກໜ້ອຍ 267 ຄົນ, ສົມຄວນ 218 ຄົນ, ສາຫັດ 72 ຄົນ ແລະ ເສຍຊີວິດ 44 ຄົນ, ທຽບໃສ່ປີຜ່ານມາ ຜູ້ເສຍຊີວິດເພີ່ມ ຂຶ້ນ 3 ຄົນ.

ພາຫະນະເກີດອຸບັດຕິເຫດຮ່ວມກັນປະກອບມີ: ລົດຈັກຕໍາລົດຍົນ 58 ຄັ້ງ ເສຍຊີວິດ 8 ຄົນ, ລົດຈັກຕໍາ ລົດຈັກ 119 ຄັ້ງ ເສຍຊີ ວິດ 12 ຄົນ, ລົດຈັກລົ້ມເອງ 34 ຄັ້ງ ເສຍຊີວິດ 10 ຄົນ, ລົດຍົນຕໍາລົດເມໂດຍສານ 1 ຄັ້ງ ເສຍຊີວິດ 4 ຄົນ ແລະ ເສຍຊີວິດໃນເວລາຕໍ່ມາອີກ 1 ຄົນ, ລົດຈັກຕໍາສັດ 6 ຄັ້ງ ເສຍຊີວິດ 2 ຄົນ, ລົດຈັກຕໍາຄົນຍ່າງ 25 ຄັ້ງ ເສຍຊີວິດ 2 ຄົນ, ລົດຍົນຕໍາລົດຍົນ 10 ຄັ້ງ ເສຍຊີວິດ 1 ຄົນ, ລົດຈັກຕໍາລົດບັນທຸກ 9 ຄັ້ງ ເສຍຊີວິດ 1 ຄົນ ແລະ ກໍລະນີອື່ນໆ 18 ຄັ້ງ ເສຍຊີວິດ 3 ຄົນ.

ສະເພາະແຂວງທີ່ມີຄົນເສຍຊີວິດຫຼາຍກວ່າໝູ່ໃນໄລຍະດັ່ງກ່າວແມ່ນ: ແຂວງຫຼວງພະບາງ ອຸບັດຕິເຫດເກີດຂຶ້ນທັງ ໝົດ 24 ຄັ້ງ ເສຍຊີວິດທັງໝົດ 8 ຄົນ ນະຄອນຫຼວງວຽງຈັນ ອຸບັດຕິເຫດເກີດຂຶ້ນທັງໝົດ 34 ຄັ້ງ ເສຍຊີວິດທັງ ໝົດ 7 ຄົນ, ແຂວງອັດຕະປື ເກີດຂຶ້ນ 13 ຄັ້ງ ເສຍ ຊີວິດ 5 ຄົນ, ແຂວງຈໍາປາສັກ ເກີດຂຶ້ນ 51 ຄັ້ງ ເສຍຊີວິດ 4 ຄົນ, ແຂວງຄໍາມ່ວນ ເກີດຂຶ້ນ 12 ຄັ້ງ ເສຍຊີວິດ 4 ຄົນ, ແຂວງບໍລິຄໍາໄຊ, ແຂວງ ສະຫວັນນະເຂດ ແລະ ແຂວງສາ ລະວັນ ມີຜູ້ເສຍຊີວິດແຂວງລະ 3 ຄົນ, ແຂວງເຊກອງ ແລະ ແຂວງໄຊຍະບູລີ ເສຍຊີວິດແຂວງລະ 2 ຄົນ, ແຂວງອຸດົມໄຊ, ບໍ່ແກ້ວ ແລະ ແຂວງຊຽງ ຂວາງ ເສຍຊີວິດແຂວງລະ 1 ຄົນ; ສະເພາະແຂວງທີ່ບໍ່ມີຄົນເສຍຊີວິດມີ 5 ແຂວງຄື: ແຂວງຜົ້ງສາລີ, ຫຼວງນໍ້າທາ, ຫົວພັນ, ໄຊສົມບູນ ແລະ ແຂວງວຽງຈັນ.

ສະເພາະອຸບັດຕິເຫດທີ່ພົ້ນເດັ່ນປະກອບມີ: ໃນວັນທີ 15 ເມສາ ເວລາ 14:20 ໂມງ ເກີດເຫດລົດເມໂດຍສານ ສາຍໃຕ້ຕໍາກັບລົດກະບະວີໂກ້ໜ້າເຊິ່ງໜ້າ ຢູ່ຖະໜົນເລກທີ 13 ໃຕ້ເຂດບ້ານນາແມວ ເມືອງທ່າແຂກ ແຂວງຄໍາມ່ວນ ສົ່ງຜົນເຮັດໃຫ້ຜູ້ຂັບຂີ່ລົດກະບະພ້ອມຜູ້ໂດຍສານຕິດລົດມານໍາ ເສຍຊີວິດຄາທີ່ 4 ຄົນ ແລະ ເສຍຊີວິດໃນເວລາຕໍ່ມາ 1 ຄົນ ຄື: ທ້າວ ຄໍາສອນ (ຜູ້ຂັບຂີ່ລົດກະບະ), ນາງ ສ້ອຍສຸດາ (ເມຍຜູ້ຂັບຂີ່), ນາງ ຊັນຢ້າ (ລູກສາວ), ນາງ ແອັດ (ນ້ອງສາວ) ແລະ ທ້າວ ຄໍາພົດ (ພໍ່ຜູ້ຂັບຂີ່,) ວັນທີ 14 ເມສາ ເວລາ 12:30 ໂມງ ເກີດເຫດລົດຈັກຕໍາລົດຍົນ ຢູ່ເຂດບ້ານສີເກີດ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ເຮັດໃຫ້ ທ້າວ ວັດທະນາ ອາຍຸ 26 ປີ ກໍາມະກອນຢູ່ບ້ານຜາງແຫ້ງ ເມືອງສີໂຄດຕະບອງ ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່, ວັນດຽວກັນ ເວລາ 21:30 ໂມງ ເກີດເຫດລົດຈັກຕໍາລົດຈັກ 2 ຄັ້ງ ຢູ່ເຂດບ້ານໂພນສະຫວາດເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 2 ຄົນ.

ແຫລ່ງຂ່າວ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...