spot_img
Homeຂ່າວສັ້ນຖະແຫຼງຜົນສຳເລັດ ແກ້ໄຂຄະດີຊິງສາຍຄໍຄຳ 20 ບາດ ທີ່ຕະຫຼາດຊັງຈຽງ ນະຄອນຫຼວງວຽງຈັນ

ຖະແຫຼງຜົນສຳເລັດ ແກ້ໄຂຄະດີຊິງສາຍຄໍຄຳ 20 ບາດ ທີ່ຕະຫຼາດຊັງຈຽງ ນະຄອນຫຼວງວຽງຈັນ

Published on

ອີງຕາມການລາຍງານຂອງ ນສພ ຄວາມສະຫງົບວ່າ: ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ຈັດພິທີຖະແຫຼງຂ່າວຜົນສໍາເລັດກ່ຽວກັບການແກ້ໄຂລາຍຄະດີຊິງຊັບ ( ສາຍຄໍຄໍາໜັກ 20 ບາດ ທີ່ຕະຫຼາດຊັງຈຽງ ), ເຊິ່ງພິທີຖະແຫຼງຈັດຂຶ້ນໃນວັນທີ 13 ເມສາ 2018 ຜ່ານມານີ້ ໂດຍເຈົ້າໜ້າທີ່ສາມາດຈັບຕົວຜູ້ຖືກຫາໄດ້ທັງໝົດ ແລະ ເກັບກູ້ຊັບຄືນໃຫ້ເຈົ້າຂອງເດີມ.

ພັທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າຫ້ອງຕໍາຫຼວດ ຖະແຫຼງວ່າ: ໃນເວລາປະມານ 9:40 ໂມງ ຂອງວັນທີ 5 ເມສາ 2018 ໄດ້ມີຄົນຮ້າຍ 2 ຄົນ ຂັບຂີ່ລົດຈັກສີແດງ-ດໍາ ໝາຍເລກທະບຽນ ດຄ 4037 ກໍາແພງນະຄອນ ຂັບຂີ່ລົດຈັກຊອກຫາປຸ້ນ ແລະ ຊິງຊັບ, ໃນມື້ເກີດເຫດໄດ້ພາກັນຂັບຂີ່ລົດເຂົ້າໄປເຂດຕະຫຼາດຊັງຈຽງ ເມືອງສີໂຄດຕະບອງ; ຈາກນັ້ນ, ໄດ້ພົບເຫັນພົນລະເມືອງໃສ່ສາຍຄໍຄໍາໜັກ 20 ບາດ ທີ່ກໍາລັງເລືອກຊື້ເຄື່ອງ, ຜູ້ຊ້ອນທ້າຍໄດ້ລົງຈາກລົດຈັກໄປຊິງຊັບ ໂດຍການດຶງສາຍຄໍຄໍາຈາກຂ້າງຫຼັງ ໃນຂະນະນັ້ນເຈົ້າຂອງຊັບ ແລະ ຜູ້ຢູ່ໃນເຫດການໄດ້ພະຍາຍາມຍາດເອົາຄືນ ແຕ່ຖືກຄົນຮ້າຍຈົກປືນສັ້ນອອກມາຈີ້ ແລະ ແລ່ນໄປຂີ່ລົດຈັກທີ່ໝູ່ຕິດຈັກລໍຖ້າ, ໃນເວລານັ້ນ ເມຍຂອງຜູ້ເສຍຫາຍໄດ້ໂດດດຶງທ້າຍລົດຈັກຂອງຜູ້ກໍ່ເຫດ ເຮັດໃຫ້ລົດລົ້ມລົງ; ຄົນຮ້າຍທັງສອງພະຍາຍາມຂີ່ລົດຈັກອອກຈາກສະຖານທີ່ເກີດເຫດ, ຕໍ່ມາເຈົ້າຂອງຊັບຈຶ່ງແລ່ນໄປເອົາປືນສັ້ນຢູ່ລົດໃຫຍ່ ທີ່ຈອດຢູ່ຈຸດໃກ້ ຄຽງ ຍິງໃສ່ຜູ້ກໍ່ເຫດຈໍານວນ 4 ນັດ ເຮັດໃຫ້ຜູ້ກໍ່ໍ່ເຫດທັງສອງໄດ້ຮັບບາດເຈັບ ແຕ່ບໍ່ຍອມຈອດລົດຈັກ ຍັງສືບຕໍ່ຂັບຂີ່ອ້ອມບໍລິເວນຕະຫຼາດດັ່ງກ່າວເພື່ອຫຼົບໜີ, ຕໍ່ມາຜູ້ຊ້ອນທ້າຍໄດ້ຮັບບາດເຈັບບໍ່ສາມາດໜີໄດ້ ຈຶ່ງໄດ້ມອບປືນສັ້ນ ແລະ ຄໍາທີ່ຊິງຊັບມາ ມອບຕໍ່ໃຫ້ຜູ້ຂັບຂີ່ລົດຈັກແລ້ວເອົາຕົວຫຼົບໜີຈາກສະຖານທີ່ເກີດເຫດໄດ້ສໍາເລັດ.

ຜ່ານການສືບສວນ-ສອບສວນ ຜູ້ກໍ່ເຫດຖືກຈັບຕົວໄດ້ໃນສະຖານທີ່ເກີດເຫດ ຊື່ທ້າວ ສົມບູນ ຫຼື ໂຈ້ ອາຍຸ 30 ປີ ບ້ານນາລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຜູ້ກ່ຽວໄດ້ຊັດທອດເຖິງຜູ້ທີ່ຮ່ວມກໍ່ເຫດ ແລະ ເອົາຕົວຫຼົບໜີ ຊື່ທ້າວ ພຶດສະພາ ຫຼື ກີ້ ອາຍຸ 30 ປີ ບ້ານເມືອງວາທົ່ງ ເມືອງສີໂຄດຕະບອງ ເມື່ອຮູ້ເປົ້າໝາຍ ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງສີໂຄດຕະບອງ, ປກສ ນະຄອນຫຼວງວຽງຈັນ ແລະ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດຕັ້ງກໍາລັງວິຊາສະເພາະໄລ່ຊອກ-ໄລ່ຈັບ ພ້ອມທັງປຸກລະດົມຜູ້ປົກຄອງຜູ້ກ່ຽວໃຫ້ນໍາຜູ້ທີ່ກໍ່ເຫດມາມອບຕົວ; ຜ່ານການຕິດຕາມ ແລະ ກົດດັນຂອງເຈົ້າໜ້າທີ່ຢ່າງໜັກ ຕົກມາຮອດວັນທີ 12 ເມສາ ຍາດພີ່ນ້ອງຈຶ່ງໄດ້ນໍາຕົວຜູ້ກ່ຽວມອບໃຫ້ເຈົ້າໜ້າທີ່ ແລະ ເຈົ້າໜ້າທີ່ໄດ້ສົ່ງຕົວປິ່ນປົວຢູ່ໂຮງໝໍເນື່ອງຈາກໄດ້ຮັບບາດເຈັບ. ເຊິ່ງສາເຫດທີ່ພາໃຫ້ກໍ່ເຫດໃນຄັ້ງນີ້ ແມ່ນຕ້ອງການເງິນໃຊ້ຈ່າຍປະຈໍາວັນ ແລະ ເພື່ອນໍາໄປຫຼິ້ນກິນຟຸຍເຟືອຍ.

ທ້າວ ແກ້ວ ພຸດທະວົງ ເຈົ້າຂອງຊັບ ໄດ້ເລົ່າຄືນເຫດການທີ່ເກີດຂຶ້ນວ່າ: ໃນມື້ຖືກຊິງຊັບ ໄດ້ໄປເລືອກຊື້ເຄື່ອງກັບໝູ່ ແລະ ເມຍຢູ່ຕະຫຼາດດັ່ງກ່າວ, ໄດ້ໃຊ້ເວລາເລືອກຊື້ເຄື່ອງປະມານ 2-3 ນາທີ; ຈາກນັ້ນ, ໄດ້ມານັ່ງຢູ່ໂຕະເພື່ອລໍຖ້າເມຍທີ່ກໍາລັງຊື້ເຄື່ອງ ຕໍ່ມາໄດ້ມີຄົນຮ້າຍມາດຶງສາຍຄໍຄໍາຈາກຂ້າງຫຼັງ ຖືກລາກຈາກຈຸດເກີດໄປໄດ້ໄລຍະໜຶ່ງ ແລະ ຍັງມີສະຕິ ໂດຍມືສອງຂ້າງໄດ້ດຶງສາຍຄໍໄວ້. ໃນຂະນະນັ້ນ, ໄດ້ຍິນສຽງເມຍຮ້ອງວ່າ ຜູ້ກໍ່ເຫດມືປືນ ຈຶ່ງປະມືຈາກສາຍຄໍ ເຮັດໃຫ້ຄົນຮ້າຍໄດ້ສາຍຄໍໄປ ແລະ ຜູ້ກໍ່ເຫດກໍາລັງຈະໜີ ຈຶ່ງກໍມີການຕໍ່ສູ້ກັນ ຈຶ່ງໄດ້ຕັດສິນໃຈແລ່ນໄປເອົາປືນຢູ່ລົດ. ໃນຂະນະນັ້ນ, ຜູ້ເປັນເມຍໄດ້ເອົາກະເປົາຟາດໃສ່ຜູ້ກໍ່ເຫດ ເຮັດໃຫ້ຕົກລົງຈາກທ້າຍລົດ ຈຶ່ງຍິງໃສ່ຜູ້ກໍ່ເຫດຈໍານວນ 4 ນັດ ແລະ ກ່ອນທີ່ຈະຍິງນັ້ນ ບໍ່ມີເຈດຕະນາຍິງໃສ່ຜູ້ກໍ່ເຫດໃຫ້ເສຍຊີວິດ ພຽງແຕ່ຍິງສະກັດບໍ່ໃຫ້ຫຼົບໜີໄດ້.
ໃນວັນດຽວກັນນີ້, ເຈົ້າໜ້າທີ່ຫ້ອງຕໍາຫຼວດ ປກສ ນວ ມອບຊັບທີ່ເກັບກູ້ໄດ້ຄົບຕາມຈໍານວນຄືນໃຫ້ເຈົ້າຂອງເດີມ, ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ຍັງເປີດກວ້າງຂະຫຍາຍຜົນຫາຫຼັກຖານຂໍ້ມູນຂອງຜູ້ຖືກຫາ ອາດຈະມີສ່ວນພົວພັນກັບບາງເຫດການປຸ້ນຈີ້, ຊິງຊັບ ທີ່ເກີດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນຄັ້ງຜ່ານມາ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.
ພາບ-ຂ່າວ: ໜັງສືພິມປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...