Homeຂ່າວຕ່າງປະເທດເກົາຫຼີໃຕ້ເລັ່ງເຮັດສົນທິສັນຍາສັນຕິພາບກັບເກົາຫຼີເໜືອ

ເກົາຫຼີໃຕ້ເລັ່ງເຮັດສົນທິສັນຍາສັນຕິພາບກັບເກົາຫຼີເໜືອ

Published on

ລັດຖະບານໂຊລກຳລັງພິຈາລະນາແນວທາງເປັນໄປໄດ້ ແລະ ເໝາະສົມນການປັບປ່ຽນຂໍ້ຕົກລົງຢຸດຍິງສະໄໝສົງຄາມເກົາຫຼີ ໃຫ້ກາຍເປັນສົນທິສັນຍາສັນຕິພາບກັບລັດຖະບານປຽງຢາງ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 18 ເມສາ 2018 ວ່າ ທ່ານ ຊອງ ອວີຍອງ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງລັດຖະບານເກົາຫຼີໃຕ້ ກ່າວເມື່ອວັນພຸດ ວ່າ ລັດຖະບານໂຊລ ແລະ ພັນທະມິດຮວມເຖິງສະຫະລັດກຳລັງພິຈາລະນາແນວທາງຄວາມເປັນໄປໄດ້ຕາມກອບຂອງວິທີການທູດ ເພື່ອນຳໄປສູ່ການປົດອາວຸດນິວເຄຣຍຂອງລັດຖະບານປຽງຢາງ “ແບບຖາວອນ” ແລະ ເພື່ອສ້າງອານາຄົດທີ່ດີຂຶ້ນໃຫ້ກັບຊາວເກົາຫຼີເໜືອ ໂດຍໃນເບື້ອງຕົ້ນຈະຕ້ອງມີການຫາລືທັງໃນການປະຊຸມສຸດຍອດລະຫວ່າງຜູ້ນຳເກົາຫຼີເໜືອກັບເກົາຫຼີໃຕ້ ແລະ ລະຫວ່າງຜູ້ນຳເກົາຫຼີເໜືອກັບສະຫະລັດ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...