spot_img
Homeຂ່າວຕ່າງປະເທດກະແສດັງສະທ້ານໂລກ ອໍເຈົ້າ ຊຸດໄທມາແຮງຫລາຍ

ກະແສດັງສະທ້ານໂລກ ອໍເຈົ້າ ຊຸດໄທມາແຮງຫລາຍ

Published on

ສື່ດັງຕ່າງຊາດ ‘ຣອຍເຕີ້’  ເຜີຍແຜ່ຂ່າວ ແລະພາບຂ່າວໄປທົ່ວໂລກ ແມ້ແຕ່ສາຍການບິນໄທຍັງໃຫ້ສາວບໍລິການເທີງຍົນ(ສາວແອຣ໌) ແຕ່ງກາຍດ້ວຍຊຸດໄທເພື່ອຕ້ອນຮັບເທສະການປີໃຫມ່ທີ່ຍັບເຂົ້າມາໃກ້ຮອດນີ້.

ສຳນັກຂ່າວຣອຍເຕີ້ລາຍງານເມື່ອວັນທີ 8 ເມສາ ວ່າກະແສຄວາມນິຍົມຂອງການແຕ່ງກາຍຊຸດໄທໃນກຸງເທບໄດ້ຮັບຄວາມນິຍົມຫລາຍຈົນເຮັດໃຫ້ຜູ້ດຳເນີນທຸລະກິດຊຸດໄທຍອມຮັບວ່າໃນຊ່ວງ 30 ປິທີ່ເຮັດທຸລະກິດມາ ບໍ່ເຄີຍມີຊ່ວງໃດໄດ້ຮັບຄວາມນິຍົມຫລາຍເທົ່າຊ່ວງເວລານີ້ ເພາະກະແສເລື່ອງລາວປະຫວັດສາດປະກອບກັບຄົນໄທທີ່ຫັນມານິຍົມແຕ່ງຊຸດໄທຫລາຍຍີ່ງຂື້ນ ສ່ວນຫນື່ງແມ່ນມາຈາກລັດຖະບານ ແລະ ສຳນັກພະລາຊະວັງ ລວມເຖີງລະຄອນໂທລະທັດຊື່ດັງ.

ທັງນີ້ກະແສຄວາມນິຍົມແຕ່ງກາຍຊຸດໄທຊື່ງເລີ່ມມາຈາກງານ ‘ອຸ່ນອາຍຮັກ’ ໂດຍພະລາຊະດຳຣິຂອງສົມເດັດພະເຈົ້າຢູ່ຫົວ ມະຫາຊິຣາລົງກອນ ເມື່ອເດືອນກຸມພາ ທີ່ຜ່ານມາ. ນອກຈາກນັ້ນແລ້ວ, ລະຄອນໂທລະທັດເລື່ອງ ‘ບຸບເພສັນນິວາດ’ ທາງສະຖານີໂທລະພາບໄທທີວີສີຊ່ອງ 3 ໄດ້ບອກເລົ່າເຖີງເລື່ອງລາວໃນຍຸກສົມເດັດພະນາຣາຍສະໄຫມກຸງສີອາຍຸທະຍາໄດ້ເປັນທີ່ຍິນດີຍີ່ງ ເຮັດໃຫ້ນັກທ່ອງທ່ຽວຊາວໄທໄປທ່ຽວແຂວງພະນະຄອນສີອາຍຸທະຍາຫລາຍຍີ່ງຂື້ນ ຈຳນວນນັກທ່ອງທ່ຽວທີ່ເດີນທາງໄປທ່ອງທ່ຽວແມ່ນເພີ່ມຂື້ນເປັນ 3 ເທົ່າໃນຊ່ວງທີ່ຜ່ານມາຕາມລາຍງານຈາກທ້ອງຖີ່ນ.

ດ້ານນາຍົກລັດຖະມົນຕີ ພົນເອກ ປະຢຸດ ຈັນໂອຊາ ຍັງໄດ້ພົບປະ ແລະ ຊື່ນຊົມຕໍ່ກັບບັນດານັກສະແດງໃນລະຄອນໂທລະທັດເລື່ອງ ‘ບຸບເພສັນນິວາດ’ ວ່ານີ້ແມ່ນຕົວຢ່າງຂອງນະໂຍບາຍທີ່ລັດຖະບານພະຍາຍາມດຳເນີນມາກ່ຽວກັບເລື່ອງນະໂຍບາຍໄທນິຍົມ ຊື່ງນາຍົກລັດຖະມົນຕີເອງກໍເຄີຍນຳໃຊ້ຊຸດປະຈຳຊາດເຂົ້າໃນການປະຊຸມໃນຄະນະລັດຖະມົນຕີໃນຊ່ວງຫລາຍຄັ້ງທີ່ຜ່ານມາດ້ວຍ.

 

 

 

 

ແຫລ່ງຂ່າວຕ່າງປະເທດ: TDN

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...