Homeຂ່າວນໍ້າຖ້ວມ5 ຈຸດຈັບຄວາມໄວໃນນະຄອນຫຼວງ

5 ຈຸດຈັບຄວາມໄວໃນນະຄອນຫຼວງ

Published on

ກອງປະຊຸມປຶກສາ​ຫາລື​ກ່ຽວ​ກັບ​​ເລື່ອງ​ກ້ອງ​ຈັບ​ຄວາມ​ໄວ ຈັດ​ຂຶ້ນໃນເມື່ອບໍ່ດົນມານີ້ ທີ່​ສູນ​ຝຶກ​ອົບຮົມ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ນະຄອນຫຼວງ​ວຽງ​ຈັນ ​ເປັນ​ປະທານ​ຂອງ​ທ່ານ ພັອ ທົງ​ສະຫວັດ ຫຼວງ​ຈັນ​ດາ​ວົງ ຮອງ​ຫົວ​ໜ້າ​ກອງ​ບັນຊາ​ການ ປກສ ນະຄອນຫຼວງ​ວຽງ​ຈັນ ​ມີທ່ານ ທະນາ​ເດ​ດ ທີຣາ​ວາຣາພັດ ຫົວໜ້າ​ທີ່​ປຶກສາບໍລິສັດ WIN WIN NET CORPORATION CO.,LTD ​​​ເຈົ້າ​ໜ້າ​ທີ່ ປກສ ​ເມືອງ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ຄັ້ງ​ນີ້ ພາກ​ສ່ວນ​​ກ່ຽວ​ຂ້ອງ​ແມ່ນ​ເຫັນ​ດີ​ເປັນ​ເອກະ​ພາບ​ໃຫ້​ມີ​ການຈັດ​ຕັ້ງ​ປະຕິບັດການທົດ​ລອງ​ນຳ​ໃຊ້​ກ້ອງ​ຈັບ​ຄວາມ​ໄວຢູ່​ຕາມ​ເສັ້ນທາງ​ຫຼັກ​​ໃນ​ນະຄອນຫຼວງ​ວຽງ​ຈັນຈຳນວນ 5 ຈຸດ​​ເຊັ່ນ:ຖະໜົນທ່າ​ເດື່ອ ຖະໜົນສຸພາ​ນຸວົງ ຖະໜົນ​ໄກສອນພົມວິຫານ ຖະໜົນສາມ​ແສນ​ໄທ ​ແລະ ຖະໜົນ​ເສດ ຖ​າທິລາດ ​ເຊິ່ງ​ໄລຍະເວລາ​ການ​ທົດ​ລອງ​ແມ່ນ 3 ​ເດືອນ ຈາກ​ນັ້ນ​ຈະ​ມີ​ການ​ປະ​ເມີນ​ຜົນ​ທີ່​ໄດ້​ຮັບຈາກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຢູ່ແຕ່ລະ​ເມືອງ​ທີ່​​ໄດ້ຕິດ​ຕັ້ງ​ກ້ອງ​ທົດ​ລອງດັ່ງກ່າວນັ້ນ ​ເພື່ອ​ເຮັດ​ບົດ​ສະ​ຫຼຸບ ​ແລະ ​ນຳ​ສະ​ເໜີ​ພາກ​ລັດຖະບານ​ເພື່ອ​ພິຈາລະນາອະນຸມັດ​ໃນ​ການ​ຕິດ​ຕັ້ງຂັ້ນ​ຕໍ່​ໄປ.

​ການ​ຕິດ​ຕັ້ງກ້ອງ​ຈັບ​ຄວາມ​ໄວນີ້ມັນຈະ​ຊ່ວຍຫຼຸດຜ່ອນ​ອຸບັດ​ຕິ​​ເຫດ​ຈາກ​ການ​ຂັບ​ຂີ່​ດ້ວຍ​ຄວາມ​ໄວ​​​ສູງທີ່​ ​ກົດ​ໝາຍ​ກຳນົດ ​ຫຼຸດຜ່ອນ​ການ​ຈອດ​ລົດ​ແບບ​ຊະຊາຍ ສາມາດຕິດຕາມ​ກຸ່ມ​ແກ້ງ​ລັກ​ລົດ ​ແລະ ອື່ນໆ.

 

ແຫລ່ງຂ່າວ: muan.la

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...